Mr. Khamphat BOULOM

ຜູ້​ກໍ່​ຕັ້ງ ສູນ​ທີ່​ປຶກ​ສາ ແທັກ​ໂດ

​ສູນ​ທີ່​ປຶກ​ສາ ແທັກ​ໂດ

ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2000 ໂດຍກຸ່ມມືອາຊີບຄົນລາວທີ່ເຕັມໄປດ້ວຍພະລັງຄວາມສ້າງສັນພ້ອມດ້ວຍການຮ່ວມມືຈາກທີ່ປຶກສາລະດັບຊາດຈາກປະເທດອົດສະຕາລີ (ເຊິ່ງເປັນຜູ້ຊ່ຽວຊານຕ່າງປະເທດພາຍໃນອາຊຽນເປັນເວລາດົນນານ). ຄຳວ່າ ແທັກໂດ ໝາຍເຖິງການ ເຝິກອົບຮົມ ແລະ ທີ່ປຶກສາເພື່ອການພັດທະນາ,ຈຸດປະສົງຫຼັກຂອງການໃຫ້ຄຳປຶກສາຂອງພວກເຮົາແມ່ນເພື່ອໃຫ້ບໍລິການລູກຄ້າຜູ້ທີ່ເຮັດວຽກຢູ່ ສປປ ລາວ ທັງໃນອົງການພາຍໃນແລະອົງການສາກົນ ແນໃສ່ເພື່ອເສີມສ້າງຄວາມສາມາດ ແລະ ຄວາມແຂງແກ່ນໃຫ້ແກ່ອົງການຂອງພວກເຂົາ.
ໜ່ວຍງານຂອງສູນທີ່ປຶກສາ ແທັກໂດ ປະກອບມີທີ່ປຶກສາແລະຮຸ້ນສ່ວນທັງຈາກສາກົນ, ພາກພື້ນ ກໍ່ຄືພາຍໃນປະເທດ.
ນັບແຕ່ປີ 2005, ອົງການ ໄອເອັຟຊີ (ອົງການຮ່ວມມືການເງິນສາກົນ) ແລະ ເອັມພີດີເອັຟ​ (ອົງການການພັດທະນາທຸລະກິດເອກະຊົນແມ່ນ້ຳຂອງ) ປະຈຳລາວ ໄດ້ຮັບເອົາ ສູນທີ່ປຶກສາແທັກໂກເປັນຮຸ້ນສ່ວນພາຍໃນເພື່ອສະໜອງລາຍການແລະອຸປະກອນການຝຶກອົບຮົມໃຫ້ແກ່ຫົວໜ່ວຍທຸລະກິດທົ່ວປະເທດ.

ຄຳຂວັນ ຂອງ ແທັກໂດ

    “ທະນະຄານແຫ່ງຄວາມຮູ້ຂອງທ່ານ”: ພວກເຮົາສົ່ງຜ່ານຄວາມຮູ້ຈາກຜູ້ຊ່ຽວຊານຈາກອົງການພັດທະນາແລະການເຝີກອົບຮົມເພື່ອຜົນປະໂຫຍດຂອງລະດັບຜູ້ບໍລິຫານ ແລະ ອົງກອນຂອງເຂົາເຈົ້າ.

ການບໍລິການຂອງພວກເຮົາ

  1. ການເຝິກອົບຮົມທີ່ມີຜົນກະທົບສູງດ້ານການບໍລິຫານໃນວັດທະນະທຳທີ່ແຕກຕ່າງແລະການພັດທະນາໝ່ວຍງານເຊິ່ງຈະຊ່ວຍໃຫ້ຜູ້ບໍລິການຕ່າງປະເທດ ແລະ ໝ່ວຍງານລາວສາມາດເຂົ້າໃຈລັກສະນະວັດທະນະທຳທີ່ແຕກຕ່າງລະຫວ່າງການນຳແລະການເຮັດວຽກເປັນໜ່ວຍງານດຽວກັນ (ຫົວຂໍ້ເຝິກອົບຮົມລວມມີ:​ ການບໍລິຫານອົງການ, ການບໍລິຫານສັບພະຍາກອນມະນຸດ, ການບໍລິຫານພະນັກງານແລະການນຳ, ການບໍລິຫານສະຖານທີ່ເຮັດວຽກ, ຄວາມປອດໄພແລະສະຫວັດດີການໃນການເຮັດວຽກ, ສີມືແຮງງານ, ການພັດມະນາຕົນເອງ ແລະ ອື່ນໆ)
  2. ການຮັບພະນັກງານແລະການໃຫ້ຄຳປຶກສາ (ລາຍການນີ້ແມ່ນສິ່ງທີ່ຈະຊ່ວຍລູກຄ້າຂອງພວກເຮົາກຳນົດຄວາມຕ້ອງການທາງດ້ານສັບພະຍາກອນມະນຸດ ແລະ ຊ່ວຍເຂົາເຈົ້າໃນການຮັບພະນັກງານແລະຄັດເລືອກຜູ້ສະມັກທີ່ເໝາະສົມທີ່ສຸດ)
  3. ການພັດທະນາການເງິນຈຸລະພາກແລະວິສະຫະກິດ (ການບໍລິຫານການກູ້ຢືມ, ການພັດທະນາຜະລິດຕະພັນ, ການຄວມຄຸມການປະລະໜ້າທີ່, ການເງິນແລະການບັນຊີ, ການຂາຍ, ການຕະຫຼາດ ແລະ ອື່ນໆ)
  4. ການເຝິກອົບຮົມດ້ານການພັດທະນາສັງຄົມແລະຊຸມຊົນ​ (ການບໍລິຫານໂຄງການ, ການກວດກາແລະປະເມີນຜົນ, ການເຝິກຄູເຝິກອົບຮົມ, ການຂຽນບົດສະເໜີໂຄງການ, ການຄຸ້ມຄອງຊົນລະປະທານ, ການເຝິກສີມືແຮງງານ, ການເຝິກການປະຖົມພະຍາບານເບື້ອງຕົ້ນ ແລະ ອື່ນໆ) ລູກຄ້າຂອງພວກເຮົາ: ສູນທີ່ປຶກສາ ແທັກໂດ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2001 ແລະ ໄດ້ໃຫ້ການບໍລິການແກ່ລູກຄ້າທົ່ວປະເທດຫຼາຍກວ່າ 380ອົງການ ເຊິ່ງລວມມີ ອົງການພາຍໃນແລະຕ່າງປະເທດທີ່ເຮັດວຽກຢູ່ ສ ປປ ລາວ ເຊັ່ນ: ທະນາຄານໂລກ, ເອດີບີ, ຢູນີເຊຟ, ຢູເອສ໌ເອດ, ເວີຣວີຊັນ,ຄອນເຊິນເວີຣວາຍ, ອິນເວັນ, ກາແດງລາວ, ແຮນດີແຄັບ, ເອັດສ໌ເອັນວີ, ບີທີຊີ, ເບຍລາວ, ການບິນລາວ, ນ້ຳເທີນ2, ຊິເມັນລາວ, ພູເບ້ຍມາຍນິ້ງ,ເອັມເອັມຈີ, ເຊໂປນມາຍນິ້ງ, ລາວເທເລຄອມ ແລະ ອື່ນໆ.
Facebook Comments Box