ໃຫ້ຄຳປຶກສາ ແລະ ຮັບການພັດທະນາຄວາມສາມາດໄດ້ທີ່ນີ້
ແທັກໂດທີ່ປຶກສາແລະຝຶກອົບຮົມທະນາຄານຄວາມຮູ້ຂອງທ່ານ
ຄວາມເປັນມາ
ແທັກໂດ (TACDO) ທີ່ປຶກສາແລະຝຶກອົບຮົມ, ເປັນ ໜ່ວຍງານທີ່ສ້າງຕັ້ງໂດຍນັກວິຊາການລາວ ແລະໄດ້ ຮັບການສະໜັບສະໜູນ ດ້ານວິຊາການໂດຍທີ່ປຶກສາ ຈາກ ປະເທດອົດສະຕາລີ. ແທັກໂດໄດ້ເລີ້ມດຳເນີນ ການເຄື່ອນໄຫວຕັ້ງແຕ່ປີ 2001 ເປັນຕົ້ນມາ, ເຊິ່ງມີທີ່ ຕັ້ງຂອງສຳນັກງານຢູ່ນະຄອນຫລວງວຽງຈັນ, ສປປລາວ.
TACDO ຖືກສ້າງຕັ້ງຂຶ້ນແລະມີເປົ້າໝາຍເພື່ອປັບປຸງ ແລະເສີມສ້າງຄວາມຮູ້, ຄວາມສາມາດຂອງບັນດານັກ ບໍລິຫານໃນຍຸກໃໝ່ ທີ່ມີການແຂ່ງຂັນສູງໃນໂລກທີ່ໄຮ້ ພົມແດນ.
TACDO ເປັນໜຶ່ງໃນຜູ້ນຳດ້ານການໃຫ້ບໍລິການທີ່ປຶກ ສາດ້ານບໍລິຫານແລະຈັດການໃນລາວ, ເພື່ອເປົ້າໝາຍ ສ້າງໃຫ້ ນັກບໍລິຫານທີ່ປະຕິບັດງານໃຫ້ມີວິໃສທັດ, ທັກ ສະ ແລະ ຄວາມປະສົບປະການທີ່ມີປະໂຫຍດແກ່ອົງ ກອນ ແລະ ບໍລິຫານຊີວິດນອກອົງກອນໄດ້ຢ່າງລົງຕົວ ແລະປະສົບຜົນສຳເລັດຄືຜູ້ບໍລິຫານມືອາຊີບ
ການບໍລິຫານຫລັກຂອງ TACDO
A. ການຝຶກອົບຮົມແລະທັດສະນະສຶກສາ
B. ໃຫ້ຄຳປຶກສາ(ຕົວຕໍ່ຕົວ) ຫລືຄະນະ
C. ການອອກແບບລະບົບບໍລິຫານ
D. ການສຶກສາແລະວິໄຈ
A. ການຝຶກອົບຮົມ
ມີຫລາຍສິບຫົວຂໍ້ໃນ 3 ຂົງເຂດໃຫ່ຍເຊັ່ນ:
(1). ດ້ານການບໍລິຫານທຸລະກິດ
(2). ດ້ານການບໍລິຫານໂຄງການພັດທະນາ
(3). ການເງິນຈຸລະພາກ
(1) ຂົງເຂດການບໍລິຫານທຸລະກິດ
ປະຈຸບັນ ພວກເຮົາມີຫລັກສູດການຝຶກອົບຮົບຫລາຍ ຫົວຂໍ້ເຊັ່ນ:
- ການສ້າງກົນລະຍຸດການຕະຫລາດ
- ການບໍລິຫານພະນັກງານແລະທີມງາມ
- ການຄວບຄຸມຕົ້ນທືນແລະການເງິນ
- ການຂາຍແລະການບໍລິການ
- ການເປັນຜູ້ນຳທີ່ມີປະສິດທິພາບ
- ແລະອື່ນໆ ...ອີກ ຫລາຍສິບລາຍການ
ພວກເຮົາມີທີມງາມທີ່ປຶກສາຢູ່ຫລາຍວິຊາ ແລະມີຄວາມຊ່ຽວຊານສູງ...
(2) ຂົງເຂດການພັດທະນາຊົນນະບົດ
- ການວາງແຜນໂຄງການ
- ການຕິດຕາມແລະປະເມີນຜົນໂຄງການ
- ການຄຸ້ມຄອງໂຄງການ
- ຝຶກອົບຮົມຄູຝຶກ (TOT)
- ການຂຽນບົດສະເໜີໂຄງການ
- ເຕັກນິກເຮັດວຽກກັບປະຊາຊົນທີ່ໄດ້ຜົນດີ
- ແລະອື່ນໆ ...ອີກຫລາຍສິບລາຍການ
(3) ຫັກສູດການງິນຈຸລະພາດ
ຫລາຍປີທີ່ຜ່ານມາ, ທີມງາມຂອງພວກເຣົາໄດ້ ເຮັດວຽກຕົວຈິງທີ່ກ່ຽວກັບ ການເງິນຈຸລະພາກ ໃນລະດັບທ້ອງຖິ່ນກໍ່ຄື, ກັບທະນາຄານແຫ່ງ ສປປລາວ ແລະ ຄຽງຄູ່ກັບຊ່ຽວຊານອົງການ ຕ່າງປະເທດໃນອັນດັບແນວຫນ້າຂອງສາກົນ ດ້ານການເງິນຈຸລະພາກ ຫລັກສູດມີເຊັ່ນ:
- ການບໍລິຫານສິນເຊື່ອ
- ການບໍລິຫານຫນີ້ຊັກຊ້າ
- ບັນຊີສຳລັບການເງິນຈຸລະພາກ
- ການສ້າງແລະຄຸ້ມຄອງກອງທຶນບ້ານ
- ການອອກແບບຜະລິດຕະພັນການເງິນຈຸລະພາກ
- ການລະດົມເງິນຝາກແລະທຶນ
- ແລະອື່ນໆ
ມາເປີດມຸມມອງໃໝ່ກັບພວກເຮົາລອງເບິ່ງ
B. ໃຫ້ຄຳປຶກສາ(ຕົວຕໍ່ຕົວ) ຫລືຄະນະ
C. ການອອກແບບລະບົບບໍລິຫານ
D. ການສຶກສາແລະວິໄຈ
ມີພຽງນັກບໍລິຫານມືອາຊີບເທົ່າ ນັ້ນທີ່ມີທີ່ປຶກສາຫລືໂຄດປະຈຳ !!!!...
ຮູບການຢ້ຽມຢາມປ່າຊຸມຊົນ, ປະເທດກຳປູເຈັຍ
ການທັດສະນະສຶກສາ
TACDO ໃຫ້ການຈັດການທັດສະນະສຶກສາຢູ່ທັງພາຍ ໃນ ແລະ ຕ່າງປະເທດໂດຍສະເພາະໃນປະເທດໄກ້ຄຽງ ລາວ, ຕາມຫົວຂໍ້ທີ່ທ່ານຕ້ອງການຢາກຮຽນຮູ້ ແລະ ທອດຖອນ
ທະນາຄານຄວາມຮູ້ຂອງທ່ານ