WhatsApp Image 2024-05-02 at 15.24.09 (4)
WhatsApp Image 2024-05-02 at 15.24.09 (4)
WhatsApp Image 2024-05-02 at 15.24.09 (2)
WhatsApp Image 2024-05-02 at 15.24.09 (2)
WhatsApp Image 2024-05-02 at 15.24.09 (3)
WhatsApp Image 2024-05-02 at 15.24.09 (3)
WhatsApp Image 2024-05-02 at 15.24.09
WhatsApp Image 2024-05-02 at 15.24.09
WhatsApp Image 2024-05-02 at 15.24.09 (1)
WhatsApp Image 2024-05-02 at 15.24.09 (1)
20220610_170845-min
20220610_170845-min
20220603_171840-min
20220603_171840-min
20220401_152049-min
20220401_152049-min
previous arrowprevious arrow
next arrownext arrow

“ເຕັກ​ນິກ​ການ​ເປັນເລ​ຂາ ແລະ ​ຜູ້​ຊ່ວຍ​ມື​ອາ​ຊີບ” (Technique to be a Professional secretary/assistant)ວັນ​ທີ: 27-29/05/2024, 3ມື້

ຄຳແນະນຳກ່ຽວກັບຫຼັກສູດຝຶກອົບຮົມ:         ຫລາຍຄົນເຄີຍເວົ້າວ່າຄວາມກ້າວໜ້າແລະຄວາມສຳເລັດຂອງໜ່ວຍງານ ສ່ວນໜື່ງຂື້ນ ຢູ່ກັບເລຂານຸການ,...

ອ່ານ​ຕໍ່

“ເຕັກນິກການ​ຂາຍ ແລະ​ ການຕະຫຼາດ​ໃຫ້​ປະສົບ​ຜົນສຳ​ເລັດ”ວັນ​ທີ: 28-29/05/2024, 2ມື້

“ບໍ່​ມີ​ທຸລະກິດ​ໃດ​ຢູ່​ໄດ້​ ຫາກ​ປາສະຈາກ​ການ​ຂາຍ​”“ໂລກ​ເປີດ​ໂອ​ກາດ​ແລ້ວ​ ຢາກ​ລວຍ​ຕ້ອງ​ຂາຍ​ເປັນ,​ ການ​ຂາຍ​ເຮັດໃຫ້​ມີ​ລາຍ​ໄດ້​ບໍ່​ມີ​ຂີດ​ຈຳ​ກັດ​ເຮັດໃຫ້​ມີ​ໂອ​ກາດ​ພັດທະນາ​ຕົວ​ເອງ​ ມີ​ເສັ້ນ​ທາງ​ຂະຫຍາຍ​ທີ່​ສວຍ​ງາມ​...

ອ່ານ​ຕໍ່

“ການ​ບໍລິຫານບຸກຄະລາ​ກອນຍຸກໃໝ່ໃຫ້ປະສົບຜົນສຳເລັດ” (Modern Successful HRM)ວັນ​ທີ: 21-23/05/2024, 3ມື້

ພາກ​ສະ​ເໜີ: ການ​ບໍລິຫານ​ຊັບ​ຍະ​ກອນ​ມະນຸດ ສາມາດເວົ້າ​ໄດ້​ວ່າ​ເປັນ​ກະແຈ​ແຈ​ລູກສຳຄັນ​ຢ່າງ​ຍິ່ງ​ໃນ​ການ​ພັດທະນາ​ອົງກອນ​ໃຫ້​ຈະເລີນ​ກ້າວ​ໜ້າ,  ຫລັກ​ສູດ​ນີ້​ຈັດ​ເຮັດ​ຂຶ້ນ​ເພື່ອ​ໃຫ້​ຜູ້​ບໍລິຫານ​ໃນ​ທຸກ​ລະ​ດັບ​ໄດ້​ມີ​ຄວາມ​ເຂົ້າໃຈ​ໃນ​ການ​ໃຊ້​ເຄື່ອງ​ມື​ການ​ບໍລິຫານ​ຊັບ​ຍະ​ກອນ​ມະນຸດ​ທີ່​ສຳຄັນ​ຕ່າງໆ,  ຫລັກ​ການ​ບໍລິຫານ​ຊັບ​ຢາ​ກອນ​ມະນຸດ​ທີ່​ຜູ້​ຈັດການ​ທຸກ​ຝ່າຍ​ຄວນ​ຮູ້...

ອ່ານ​ຕໍ່

“ເຕັກ​ນິກ​ການສ້າງ​ຄວາມ​ພຶງ​ພໍ​ໃຈ​ໃນ​ການ​ບໍລິການ ​ແລະ ການ​ບໍລິຫານ​ຂໍ້​ຮຽກຮ້ອງ-ຕໍ່ວ່າຂອງ​ລູກ​ຄ້າ”ວັນ​ທີ: 10-11/05/2024, 2ມື້

ຄວາມສໍາຄັນຂອງຫຼັກສູດ: ຄວາມ​ສຳ​ເລັດ​ໃນ​ການ​ບໍລິຫານ​ທຸລະກິດ​ຄື​ຄວາມ​ສຳ​ເລັດ​ໃນ​ການ​ບໍລິຫານ​ລູກ​ຄ້າ,​ ເພາະ​ເປັນ​ທີ່​ຮູ້​ກັນ​ດີ​ວ່າ​ ຖ້າ​ລູກ​ຄ້າ​ພຶງ​ພໍ​ໃຈ​ຕໍ່​ການ​ໃຫ້​ບໍລິການ​ ກໍ​ຈະ​ນຳ​ມາ​ເຊິ່ງ​ຄວາມ​ປະ​ທັບ​ໃຈ...

ອ່ານ​ຕໍ່

ຈຳ​ນ່ວ​ນ​ຜູ້​ເຂົ້າ​ຊົມ​ເວັບ​
Free Web Counter

ສູນທີ່ປຶກ ແທັກໂດ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2001 ໂດຍກຸ່ມມືອາຊີບຄົນລາວທີ່ເຕັມໄປດ້ວຍພະລັງຄວາມສ້າງສັນພ້ອມດ້ວຍການຮ່ວມມືຈາກທີ່ປຶກສາລະດັບຊາດຈາກປະເທດອົດສະຕາລີ (ເຊິ່ງເປັນຜູ້ຊ່ຽວຊານຕ່າງປະເທດພາຍໃນອາຊຽນເປັນເວລາດົນນານ). ຄຳວ່າ ແທັກໂດ ໝາຍເຖິງການເຝິກອົບຮົມ ແລະ ທີ່ປຶກສາເພື່ອການພັດທະນາ,ຈຸດປະສົງຫຼັກຂອງການໃຫ້ຄຳປຶກສາຂອງພວກເຮົາແມ່ນເພື່ອໃຫ້ບໍລິການລູກຄ້າຜູ້ທີ່ເຮັດວຽກຢູ່ ສປປ ລາວ ທັງໃນອົງການພາຍໃນແລະອົງການສາກົນ ແນໃສ່ເພື່ອເສີມສ້າງຄວາມສາມາດ ແລະ ຄວາມແຂງແກ່ນໃຫ້ແກ່ອົງການຂອງພວກເຂົາ.
ໜ່ວຍງານຂອງສູນທີ່ປຶກສາ ແທັກໂດ ປະກອບມີທີ່ປຶກສາແລະຮຸ້ນສ່ວນທັງຈາກສາກົນ, ພາກພື້ນ ກໍ່ຄືພາຍໃນປະເທດ.

ນັບແຕ່ປີ 2005, ອົງການ ໄອເອັຟຊີ (ອົງການຮ່ວມມືການເງິນສາກົນ) ແລະ ເອັມພີດີເອັຟ​ (ອົງການການພັດທະນາທຸລະກິດເອກະຊົນແມ່ນ້ຳຂອງ)ປະຈຳລາວ ໄດ້ຮັບເອົາ ສູນທີ່ປຶກສາແທັກໂກເປັນຮຸ້ນສ່ວນພາຍໃນເພື່ອສະໜອງລາຍການແລະອຸປະກອນການຝຶກອົບຮົມໃຫ້ແກ່ຫົວໜ່ວຍທຸລະກິດທົ່ວປະເທດ.

ຄຳຂວັນ ຂອງ ແທັກໂດ
“ທະນະຄານແຫ່ງຄວາມຮູ້ຂອງທ່ານ”: ພວກເຮົາສົ່ງຜ່ານຄວາມຮູ້ຈາກຜູ້ຊ່ຽວຊານຈາກອົງການພັດທະນາແລະການເຝີກອົບຮົມເພື່ອຜົນປະໂຫຍດຂອງລະດັບຜູ້ບໍລິຫານ ແລະ ອົງກອນຂອງເຂົາເຈົ້າ.

ການບໍລິການຂອງພວກເຮົາ

  1. ການເຝິກອົບຮົມທີ່ມີຜົນກະທົບສູງດ້ານການບໍລິຫານໃນວັດທະນະທຳທີ່ແຕກຕ່າງແລະການພັດທະນາໝ່ວຍງານເຊິ່ງຈະຊ່ວຍໃຫ້ຜູ້ບໍລິການຕ່າງປະເທດ ແລະ ໝ່ວຍງານລາວສາມາດເຂົ້າໃຈລັກສະນະວັດທະນະທຳທີ່ແຕກຕ່າງລະຫວ່າງການນຳແລະການເຮັດວຽກເປັນໜ່ວຍງານດຽວກັນ (ຫົວຂໍ້ເຝິກອົບຮົມລວມມີ:​ ການບໍລິຫານອົງການ, ການບໍລິຫານສັບພະຍາກອນມະນຸດ, ການບໍລິຫານພະນັກງານແລະການນຳ, ການບໍລິຫານສະຖານທີ່ເຮັດວຽກ, ຄວາມປອດໄພແລະສະຫວັດດີການໃນການເຮັດວຽກ, ສີມືແຮງງານ, ການພັດມະນາຕົນເອງ ແລະ ອື່ນໆ)
  2. ການຮັບພະນັກງານແລະການໃຫ້ຄຳປຶກສາ (ລາຍການນີ້ແມ່ນສິ່ງທີ່ຈະຊ່ວຍລູກຄ້າຂອງພວກເຮົາກຳນົດຄວາມຕ້ອງການທາງດ້ານສັບພະຍາກອນມະນຸດ ແລະ ຊ່ວຍເຂົາເຈົ້າໃນການຮັບພະນັກງານແລະຄັດເລືອກຜູ້ສະມັກທີ່ເໝາະສົມທີ່ສຸດ)
  3. ການພັດທະນາການເງິນຈຸລະພາກແລະວິສະຫະກິດ (ການບໍລິຫານການກູ້ຢືມ, ການພັດທະນາຜະລິດຕະພັນ, ການຄວມຄຸມການປະລະໜ້າທີ່, ການເງິນແລະການບັນຊີ, ການຂາຍ, ການຕະຫຼາດ ແລະ ອື່ນໆ)
  4. ການເຝິກອົບຮົມດ້ານການພັດທະນາສັງຄົມແລະຊຸມຊົນ​ (ການບໍລິຫານໂຄງການ, ການກວດກາແລະປະເມີນຜົນ, ການເຝິກຄູເຝິກອົບຮົມ, ການຂຽນບົດສະເໜີໂຄງການ, ການຄຸ້ມຄອງຊົນລະປະທານ, ການເຝິກສີມືແຮງງານ, ການເຝິກການປະຖົມພະຍາບານເບື້ອງຕົ້ນ ແລະ ອື່ນໆ) ລູກຄ້າຂອງພວກເຮົາ: ສູນທີ່ປຶກສາ ແທັກໂດ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2001 ແລະ ໄດ້ໃຫ້ການບໍລິການແກ່ລູກຄ້າທົ່ວປະເທດຫຼາຍກວ່າ 380 ອົງການ ເຊິ່ງລວມມີ ອົງການພາຍໃນ ແລະຕ່າງປະເທດທີ່ເຮັດວຽກຢູ່ ສ ປປ ລາວ ເຊັ່ນ: ທະນາຄານໂລກ, ເອດີບີ, ຢູນີເຊຟ, ຢູເອສ໌ເອດ, ເວີຣວີຊັນ,ຄອນເຊິນເວີຣວາຍ, ອິນເວັນ, ກາແດງລາວ, ແຮນດີແຄັບ, ເອັດສ໌ເອັນວີ, ບີທີຊີ, ເບຍລາວ, ການບິນລາວ, ນ້ຳເທີນ2, ຊິເມັນລາວ, ພູເບ້ຍມາຍນິ້ງ,ເອັມເອັມຈີ, ເຊໂປນມາຍນິ້ງ, ລາວເທເລຄອມ ແລະ ອື່ນໆ.