ການພັດທະນາຊຸມຊົນ

ການພັດທະນາຊຸມຊົນ

ຈັດການເຝິກອົບຮົມແລະສຳມະນາດ້ານການພັດທະນາຊຸມຊົນຕາມຄວາມຕ້ອງການ
ສູນເຝິກອົບຮົມ ແທັກໂດ ສາມາດຈັດລາຍການແລະຫຼັກສູດການເຝິກອົບຮົມທີ່ເໝາະ
ສົມສຳລັບຜູ້ບໍລິຫານໂຄງການ, ພະນັກງານພາກສະໜາມ ຫຼື ຜູ້ນຳຊຸມຊົນຂອງທ່ານໃນຫຼາກຫຼາຍຫົວຂໍ້. ພວກເຮົາສາມາດສະໜອງການເຝິກອົບຮົມຢູ່ທີ່ສຳຖານເຝິກອົບຮົມຂອງພວກເຮົາຢຸ່ບ້ານດອນປ່າໃໝ່,
ນະຄອນຫຼວງວຽງຈັນ ຫຼື ຢູ່ພາກສະໜາມໃດໜຶ່ງທົ່ວປະເທດ. ສູນເຝິກອົບຮົມ ແທັກໂດ ສາມາດ ສະໜອງການເຝີກອົບຮົມສອງອາທິດຫຼືເປັນການເຝິກອົບຮົມເລັ່ງລັດເພື່ອໃຫ້ແທດເໝາະກັບຄວາມ
ຕ້ອງການຂອງອົງການຫຼືໜ່ວຍງານຂອງທ່ານ.
ສຸນເຝິກອົບຮົມແທັກໂດ ເຄີຍໄດ້ພັດທະນາແລະສະໜອງການເຝິກອົບຮົມລົງເລິກພິເສດໃຫ້ແກ່ອົງການຕ່າງໆເຊັ່ນ: ອົງການແຄ, ແຄຣີທັສ໌, ເອັສ໌ເອັນວີ, ເອລອາຊີ, ເອສ໌ອາຊີ, ສະຖາບັນເບີເນັດ, ຄອນເຊີນເວີຣວາຍ, ທະນາຄານໂລກ, ເອດີບີ, ກະຊວງກະສິກຳແລະປ່າໄມ້, ພະແນກຊຸມຊົນບໍລິສັດພູເບ້ຍມາຍນິ້ງ.
ຫົວຂໍ້ທີ່ພວກເຮົາລົງເລິກແມ່ນລວມມີ:
ຈັດການເຝິກອົບຮົມໃຫ້ແກ່ ວິສະວະກອນບໍ່ມີພົນແດນ ທັງການສຳມະນາອອນລາຍ ຫຼື ໂຕຕໍ່ໂຕ

1. ການປະຕິບັດການແບບມີສ່ວນຮ່ວມເພື່ອການພັດທະນາແບບຍືນຍົງ
2. ການພັດທະນາຮູບແບບຕາມເຫດຜົນແລະໂປຣແກຣມການປະເມີນຜົນ
3. ການສ້າງແຜນທີ່ຊຸມຊົນ, ຈີໄອເອັສ໌ ແລະ ຈີພີເອັສ໌
4. ການສຳຫຼວດເກັບຂໍ້ມູນແລະການປະເມີນຜົນ ( ແບບຄູນນະພາບແລະປະລິມານ)
5. ການເສີມສ້າງຄວາມສາມາດໃຫ້ແກ່ຊຸມຊົນແລະອົງການ
6. ການບໍລິຫານຄຸ້ມຄອງຊົນລະປະທານ
7. ການລະດົມຊຸມຊົນ
8. ການບໍລິຫານຄຸ້ມຄອງການພັດທະນາແບບຍືນຍົງ
9. ການຜະລິດວີດີໂອ ແບບມີສ່ວນຮ່ວມ
10. ການເຝິກອົບຮົມຂອງນັກເຝິກອົບຮົມ
11. ແລະອື່ນໆ

ການສຳມະນາແບບເລັ່ງລັດຂອງການລະດົມຊຸມຊົນຂອງພວກເຮົາ, ຫຼັກສູດ 5 ມື້ ໄດ້ຮັບການອອກແບບ ເພື່ອສະ ໜອງໄດ້ຄວາມຕ້ອງການຂອງມືອາຊີບທີ່ບໍ່ຄ່ອຍມີເວລາ, ໂດຍເລັ່ງໃສ່ບົດບາດຂອງການລະດົມຊຸມຊົນໃນຂອບເຂດການພັດທະນາທີ່ກວ້າງຂື້ນ, ເຊິ່ງສະໜອງທັງທິດສະດີແລະເຄື່ອງມືທີ່ຈຳເປັນເພື່ອພັດທະນາຍຸດທະສາດເພື່ອຈະເຂົ້າໃຈ
ພະລັງການປ່ຽນແປງໃນການພັດທະນາຊຸມຊົນ, ເພີ່ມທະວີຄວາມເຊື່ອຖື ແລະ ການສື່ສານ, ແລະ ເພີ່ມການມີສ່ວນຮ່ວມໃນບາດກ້າວເລີ່ມຕົ້ນຂອງການລິເລີ່ມການພັດທະນາ.

ຫຼັກສູດການປະຕິບັດການແບບມີສ່ວນຮ່ວມເພື່ອການພັດທະນາແບບຍືນຍົງຖືເປັນຫຼັກສູດທຳອິດທີ່ໄດ້ຮັບ
ການພັດທະນາແລະສອນໂດຍສູນເຝິກອົບຮົມ ແທັກໂດ.ຫຼັກສູດດັ່ງກ່າວກວມເອົາທັງທິດສະດີແລະ ການປະຕິບັດຂອງການພັດທະນາໂດຍອີງໃສ່ຊຸມຊົນ,ສຸມໃສ່ເຄື່ອງມືໃນພາກປະຕິບັດແລະຄວາມສາມາດ
ເພື່ອກໍ່ສ້າງການນຳອັດສະລິຍະ, ລະດົມຊຸມຊົນເພື່ອດຳເນີນການຮ່ວມກັນ,ເຂົ້າເຖິງແຫຼ່ງສັບພະຍາກອນ ແລະ ພັດທະນາສະຖາບັນຊຸມຊົນໃຫ້ຍັ້ງຍີນນານ.

ດ້ວຍວິທີການສົນທະນາ, ເຮັດກິດຈະກຳ, ກໍລະນີສຶກສາ ແລະ ແບບເຝີກຫັດອື່ນໆ,ຜູ້ເຂົ້າຮ່ວມຈະຮຽນຮູ້
ວິທີການເຮັດວຽກຮ່ວມກັບສະມາຊິກໃນຊຸມຊົນເພື່ອກຳນົດວິໄສທັດ ແລະສ້າງສາຍສຳພັນ,ສະຖາບັນ ແລະ ເຕັກໂນໂລຈີທີ່ ເໝາະສົມ ເພື່ອຈະກ້າວໄປຫາສິງເລົ່ານີ້ໃນອານາຄົດ. ເຕັກນິກຕ່າງໆທີ່ຖືກສອນ
ໃນຫຼັກສູດນີ້ແມ່ນອີງໃສ່ພາກປະຕິບັດທີ່ດີທີ່ສຸດໃນການມີສ່ວນຮ່ວມ, ວິທີການຈາກລຸ່ມຂຶ້ນເທິງ
ເພື່ອພັດທະນາປະສິດທິພາບທີ່ໄດ້ພິສູດແລ້ວຈາກທົ່ວໂລກໂດຍ ສູນເຝິກອົບຮົມແທັກໂດ ແລະ ອົງການທີ່ເປັນຮຸ້ນສ່ວນຂອງພວກເຮົາ.

ຖ້າທ່ານຢາກໄດ້ການປຶກສາທີ່ບໍ່ເສຍຄ່າເພື່ອຈະເບິ່ງວ່າ ສູນເຝິກອົບຮົມ ແທັກໂດ ຈະສາມາດຊ່ວຍທ່ານໄດ້ຫຼືບໍ່, ກະລຸນາຕິດຕໍ່ ທ່ານ ຄຳພັດ ບູລົມ ເບີໂທ: (020) 5551 9581 ຫຼື ທ່ານ ນາງ ວິໄລລັກ ບູລົມ ເບີໂທ: (020) 55824448 ຫຼື ອີເມລ: tacdocenter@yahoo.com