ຄຳເຫັນຂອງຜູ້ຂຽນ
ປື້ມ “ສຸດຍອດສູດລັບຮຽນເກັ່ງ” ຈັດທຳຂື້ນໂດຍໄດ້ຮັບອະນຸຍາດຈາກກະຊວງຖະແຫຼ່ງຂ່າວ-ວັດທະນະທຳ, ກົມພີມຈຳໜ່າຍສະບັບເລກທີ່ 210/ພຈ07 ລົງວັນທີ 12/12/2007 ໂດຍມີເປົ້າໝາຍ ເລັ່ງໃສ່ກຸ່ມນັກຮຽນ ແລະ ນັກສຶກສາທຸກຄົນທີ່ຕ້ອງການເປັນນັກຮຽນທີ່ເກັ່ງ.
ໃນປື້ມຫົວນີ້ຈະແນະນຳ,ວິທີການ,ເຕັກນິກພ້ອມທັງສູດລັບທັງຫຼາຍມາເຜີຍແຜ່ໃຫ້ຮູ້ເຊິ່ງທຸກຄົນສາມາດເປັນຄົນທີ່ຮຽນເກັ່ງໄດ້.
ເພຶ່ອບັນລຸເປົ້າໝາຍການຮີບໂຮມເອົາເນຶ້ອໃນຂໍ້ມູນທີ່ສຳຄັນມາໃສ່ປື້ມຫົວນີ້,ທາງທີມງານຂອງພວກເຮົາໃຊ້ເວລາເຖິງ 2ປີ ກວ່າເພຶ່ອ ໃຫ້ໄດ້ເນື້ອ ໃນທີ່ຄົບຖ້ວນສົມບູນ ແລະ ສາມາດພີມອອກມາຈຳໜ່າຍ. ແຕ່ຂ້າພະເຈົ້າກໍ່ໂຊກດີທີ່ໄດ້ທີມງານທີ່ມີຄວາມຮັບຜິດຊອບສູງຈິ່ງເຮັດໃຫ້ບັນລຸເປົ້າໝາຍດັ່ງກ່າວໄດ້.ດັ່ງນັ້ນຂ້າພະເຈົ້ຂໍຂອບໃຈມາຍັງທ່ານນາງ ມະນີກາ ນວນສະຫວັນຜູ້ວາງແຜນໃນການຈັດພີມ,ທ່ານ ວິໄລລັກ ບູລົມຜູ້ແກ້ເນື້ອໃນ,ທ່ານ ນາງ ດາລາວັນ ສໍພາບມີໄຊຜູ້ພີມ ແລະ ດັດແປງເນື້ອ ໃນຄຳເວົ້າຕ່າງໆ,ທ່ານ ທອງຄຳໂນມະນີສອນ ແລະ ທ່ານນາງ ທິບດາພອນປາຖາໜາຜູ້ຕົບແຕ່ງ ແລະດັດແປງຮູບພາບ,ທ່ານ ບຸນຊູ ຜູ້ກວດແກ້ ສຸດທ້າຍ,ທ່ານນາງ ດາວວອນ ອິນທະດາລິນ ບັນນາທິການ.ແລະ ພິເສດທີ່ສຸດ ແມ່ນຂໍຂອບໃຈເປັນຢ່າງສູງມາຍັງທ່ານ ກະວິນ ກຽງຄຳສົນນີ ຮອງ ຫົວໜ້າກົມພີມຈຳໜ່າຍ,ກະຊວງທະແຫຼງຂ່າວ-ວັດທະນະທຳທີ່ໃຫ້ຄຳຮ່ວມ ແລະ ອະນຸມັດໃຫ້ຈັດພີມປື້ມຫົວນີ້ຂື້ນ.
ທ້າຍນີ້ຂ້າພະເຈົ້າໃນນາມຜູ້ຂຽນຫວັງຢ່າງຍິ່ງວ່າປື້ມຫົວນີ້ຈະຊ່ວຍນຳພານັກຮຽນ-ນັກສຶກສາ ຜູ້ທີ່ມີຄວາມຕັ້ງໃຈໃນການຮຽນເພຶ່ອໃຫ້ກາຍເປັນທີ່ມີຄວາມຮູ້ ແລະຮຽນເກັ່ງຫຼືຜູ້ໃດຮຽນເກັ່ງຢູ່ແລ້ວກໍຍິ່ງເກັ່ງຂຶ້ນກ່ວາເກົ່າອີກ
ຂໍຈອບໃຈ
ປະຫວັດຫຍໍ້
ທ່ານ ອາຈານ ຄຳພັດ ບູລົມ ຜູ້ອຳນວຍການສູນຝຶກອົບຮົມແທັກໂດ ພ້ອມທັງ ເປັນຜູ້ຂຽນປື້ມເຫຼັ້ມນີ້.
ດ້ານການສຶກສາ: ຮຽນຈົບປະລິນຍາຕີສາຍຄູພາສາອັງກິດຈາກມະຫາວິທະຍາໄລແຫ່ງຊາດ(ດົງໂດກ),ໄດ້ໃບປະກາດບໍລິຫານທຸ ລະ ກິດຈາກວິທະຍາໄລແຄມໂບທາວ ປະເທດອັອສເຕຣເລຍ, ອະນຸປະລິນຍາໂທການເງິນການທະນາຄານມະ ຫາວິ ທະຍາໄລຊິດນີ ປະເທດ ອັອສເຕຣເລຍ,ປະລິນຍາໂທດ້ານບໍລິ ຫານພາກລັດຈາກສາຖາບັນພັດທະນາບໍລິຫານ ສາດຈາກປະເທດໄທພ້ອມທັງໄດ້ຮັບໃບປະກາດກວດສອບບັນຊີຈາກກະຊວງການເງິນປະເທດລາວ.
ດ້ານປະສົບການ: ມີປະສົບການໃນານບໍລິຫານວຽກງານຂອງບໍລິສັດທັງພັກລັດ ແລະ ເອກະຊົນພາຍໃນ ແລະຕ່າງປະເທດມາເຖິງ 16ປີ.ນອກນັ້ນຍັງຮ່ວມງານກັບອົງການຂອງສາກົນເຊັ່ນ: UN, UNICEF, ທະນາ ຄານ ADB ແລະ ທະນາຄານໂລກ.ຂະນະດຽວກັນ,ກໍໄດ້ເປັນທີ່ປຶກສາໃຫ້ຫຼາຍບໍລິສັດພາຍໃນ ແລະ ຕ່າງປະ ເທດເຊັ່ນ: ປະກັນໄພ CMG, ອິສະລາແອວເທເລຄອມ,ຮັນເຊັນເທຣດດິ້ງ ແລະ ອື່ນໆອີກ.ນອກນັ້ນຍັງໄດ້ເປັນ ຄູຝຶກບໍລິຫານ ປະຈຳອົງການ MPDF ຂອງທະນາຄານໂລກ,ເປັນຄູຝຶກປະຈຳສູນແທັກໂດນັບແຕ່ປີ 2002 ເປັນຕົ້ນມາພ້ອມທັງ ເຮັດທຸລະກິດສ່ວນຕົວຈົນຮອດປະຈຸບັນ. ການຮຽນໜັງສືນັ້ນ ນັບວ່າມີຄວາມສຳຄັນກັບຊີວິດຫຼາຍ ບໍ່ແມ່ນວ່າຮຍນຈົບ ການສຶກສາຊັ້ນມໍປາຍ ເທົ່ານັ້ນ, ແຕ່ ໝາຍເຖິງການຮຽນຮູ້ຕະຫຼອດຊີວິດ. ແຕ່ການຮຽນຮູ້ສຳລັບ ຫຼາຍຄົນນັ້ນເປັນເລຶ່ອງທີ່ຍຸ້ງຍາກ ແລະ ທໍລະ ມານຫຼາຍ ຈົນເຮັດໃຫ້ຕົວເອງບໍ່ສາມາດຮຽນຈົບໄດ້, ບາງຄົນຮຽນຈົບ ແຕ່ບໍ່ສາມາດເສັງເພື່ອ ເຂົ້າຮຽນຕໍ່ໄດ້.
ເຄີຍສັງເກດຫຼືບໍ່ວ່າ ບາງຄອບຄົວຮຽນເກັ່ງໝົດເຮືອນ, ສ່ວນບາງຄອບຄົວກໍ່ຮຽນບໍ່ຄອຍເກັ່ງໝົດ ເຮືອນ, ຫຼາຍ ທ່ານອາດຄິດວ່າເປັນຍ້ອນກຳມະພັນ(ຊາດກຳເນີດ), ກໍ່ອາດຈະມີສ່ວນຖຶກຢູ່ ແຕ່ເປັນເຫດຜົນ ສ່ວນໜ້ອຍເທົ່ານັ້ນ ແຕ່ສາຍເຫດຫຼັກທີ່ເຮັດໃຫ້ຄົນເຮົາມີຄວາມສາມາດໃນການຮຽນໜັງສືໄດ້ແຕກຕ່າງກັນກໍ່ຄື:“ສູດລັບໃນການຮຽນເກັ່ງ“.
ຫຼາຍຄົນອາດຄິດວ່າມີຢູ່ບໍສູດລັບໃນການຮຽນເກັ່ງ? ເຮົາກໍ່ຢືນຢັນວ່າມີແນ່ນຶນປື້ມຫົວນີ້ ຈະເປີດເຜີຍສູດໃນການ ຮຽນເກັ່ງ, ຄືການເປີດເຜີຍສູດລັບໃນການຫຼີ້ນ, ກິນ ແລະ ຮຽນ.
ຂໍໃຫ້ທ່ານໜັງສືຫົວນີ້ຢ່າງເຕັມໃຈ ຫາກເປັນໄປໄດ້, ຢາກໃຫ້ອ່ານຫຼາຍໆຮອບເພາະວ່າ ທ່ານໄດ້ຕັ້ງໃຈອ່ານ ໜັງສືຫົວນີ້ເຊິ່ງເປັນກະແຈ
ດອກສຳຄັນທີ່ຈະເຮັດໃຫ້ທ່ານ ຮຽນເກັ່ງ, ຖ້າເກັ່ງແລ້ວ ກໍ່ຈະເໝຶອນທ່ານໄດ້ກະແຈທີ່ຈະເປີດປະຕູໂລກຂອງຄົນ ຮຽນເກັ່ງໄດ້.
ປື້ມຫົວນີ້ເປັນປື້ມສຳລັບອ່ານເສີມ ແລະ ເໝາະສົມສຳລັບນັກຮຽນ, ນັກສຶກສາ, ເພື່ອສະຫງວນໄວ້
ເປັນແມ່ແບບໃນການຮຽນໃຫ້ເກັ່ງສະເພາະຕົວ.