tacdocenter

“ເຕັກ​ນິກ​ການ​ເປັນເລ​ຂາ ແລະ ​ຜູ້​ຊ່ວຍ​ມື​ອາ​ຊີບ” (Technique to be a Professional secretary/assistant)ວັນ​ທີ: 27-29/05/2024, 3ມື້

ຄຳແນະນຳກ່ຽວກັບຫຼັກສູດຝຶກອົບຮົມ:         ຫລາຍຄົນເຄີຍເວົ້າວ່າຄວາມກ້າວໜ້າແລະຄວາມສຳເລັດຂອງໜ່ວຍງານ ສ່ວນໜື່ງຂື້ນ ຢູ່ກັບເລຂານຸການ, ນັ້ນໝາຍຄວາມ ວ່າວຽກເລຂາຫລືວຽກຜູ້ຊ່ວຍເປັນວຽກ ທີ່ສຳຄັນຕໍ່ໜ່ວຍ ງານຢ່າງໃຫ່ຍຫລວງ. ເລຂາຄືຜູ້ຊ່ວຍ ແບ່ງເບົາພາລະກິດຂອງຜູ້ບໍລິຫານ, ຊ່ວຍອຳນວຍຄວາມສະດວກ ແລະ ຊ່ວຍໃຫ້ວຽກສຳເລັດລຸລ່ວງເປັນໄດ້ດີ ແລະ ວ່ອງໄວກວ່າເກົ່າ.ແນ່ນອນເລຂາທີ່ດີກໍ່ປຽບສະເໝືອນເປັນມືຂວາຂອງຜູ້ບໍລິຫານກໍ່ວ່າໄດ້.ແຕ່ການເປັນເລຂາທີ່ດີນັ້ນຕ້ອງອາໃສການຮຽນຮູ້,ການພັດທະນາຄວາມຮູ້ຄວາມສາມາດໃຫ້ເປັນບຸກຄົນທີ່ມີຄຸນນະພາບສະລັບຜູ້ບໍລິຫານ.ທາງສູນເຝິກອົບຮົມແທັກໂດຈື່ງໄດ້ຈັດຫລັກສູດເຝິກອົບຮົມນີ້ຂື້ນມາ,ເນື່ອງຈາກວ່າພວກເຮົາເຫັນຄວາມສຳຄັນແລະຄວາມຈຳເປັນຂອງວຽກເລຂາ. ພວກເຮົາຕັ້ງໃຈຢາກໃຫ້ເລຂາໃນປະເທດສປປລາວເຮົາເປັນເລຂາມືອາຊີບແລະເປັນຄົນທີ່ເຈົ້ານາຍໝັ້ນໃຈ ແລະ ຕ້ອງການສະເໝີ. ແນ່ນອນເລຂາຫລືຜູ້ຊ່ວຍເປັນບຸກຄົນທີ່ມີຄວາມສຳຄັນຕໍ່ທຸກອົງການແຕ່ເລຂາທີ່ມີຄວາມ ສາມາດເທົ່ານັ້ນຈື່ງຈະເຮັດໃຫ້ວຽກປະສົບຄວາມສຳເລັດ ແລະ ກ້າວສູ່ຄວາມເປັນເລຂາມືອາຊີບໄດ້ຢ່າງແທ້ຈີງ. ເນື້ອ​ໃນ​​ການ​ຝຶກ​ອົບຮົມ: ວັນເວລາແລະສະຖານທີ່ : ຫ້ອງປະຊຸມຝຶກອົບຮົມ ແທັກໂດ, ນະຄອນຫຼວງວຽງຈັນ. · ນັບແຕ່ວັນທີ່ : 27-29/05/2024, 3ມື້ , · ເລີມ:  8:30-16:30 h

“ເຕັກ​ນິກ​ການ​ເປັນເລ​ຂາ ແລະ ​ຜູ້​ຊ່ວຍ​ມື​ອາ​ຊີບ” (Technique to be a Professional secretary/assistant)ວັນ​ທີ: 27-29/05/2024, 3ມື້ Read More »

“ເຕັກນິກການ​ຂາຍ ແລະ​ ການຕະຫຼາດ​ໃຫ້​ປະສົບ​ຜົນສຳ​ເລັດ”ວັນ​ທີ: 28-29/05/2024, 2ມື້

“ບໍ່​ມີ​ທຸລະກິດ​ໃດ​ຢູ່​ໄດ້​ ຫາກ​ປາສະຈາກ​ການ​ຂາຍ​”“ໂລກ​ເປີດ​ໂອ​ກາດ​ແລ້ວ​ ຢາກ​ລວຍ​ຕ້ອງ​ຂາຍ​ເປັນ,​ ການ​ຂາຍ​ເຮັດໃຫ້​ມີ​ລາຍ​ໄດ້​ບໍ່​ມີ​ຂີດ​ຈຳ​ກັດ​ເຮັດໃຫ້​ມີ​ໂອ​ກາດ​ພັດທະນາ​ຕົວ​ເອງ​ ມີ​ເສັ້ນ​ທາງ​ຂະຫຍາຍ​ທີ່​ສວຍ​ງາມ​ ບໍ່​ມີ​ທາງ​ຕົກ​ງານ​ຖ້າ​ຂາຍ​ໄດ້​” ການ​ທີ່ເຮັດໃຫ້ລູກຄ້າເຊື່ອໝັ້ນເປັນ​ສິ່ງ​ສຳຄັນ​ ແລະ ຈໍາເປັນສໍາລັບທີມງານ​ການ​ຂາຍ, ທີມງານບໍລິການ,ໂດຍ​ສະເພາະ​ຢ່າງ​ຍິ່ງ​ໃນ​ເສດຖະກິດ​ປະຈຸບັນ, ແຕ່​ກ່ອນການ​ທີ່​ຈະ​ໄດ້​ລູກຄ້າມາ​ນັ້ນນັກ​ຂາຍ​ຕ້ອງ​ມີ​ສິ່ງ​ຈຳ​ເປັນ​ຢ່າງ​ຍິ່ງ​ນີ້​ກ່ອນ. ສິ່ງ​ນັ້ນ​ຄື: ກົນ​ຍຸດໃນ​ການ​ນຳ​ສະເໜີ​ ແລະ​ ເທັກ​ນິກ​ຕ່າງໆໃນ​ການ​ຂາຍ, ແນວ​ທາງ​ໃນ​ການ​ຄົ້ນ​ຫາ​ສ້າງ​ໂອ​ກາດ, ການຕະຫຼາດ…ພັດທະນາ​ທັກ​ສະ​ການ​ຂາຍ​ທີ່​ຈຳ​ເປັນ​ໃນ​ການ​ທີ່​ຈະ​ຕ້ອງ​ເພີ່ມ​ລູກ​ຄ້າ​ໃໝ່​ໆໃຫ້​ກັບອົງ​ກອນ, ພ້ອມ​ທັງ​ມີການ​ເຂົ້າໃຈ​ເຖິງ​ບັນຫາ​ຕ່າງໆຂອງການບໍລິການທີ່​ຈະ​ເກີດ​ໃນ​ຕໍ່ໜ້າເພື່ອຫາວິທີເອົາຊະນະໃຈລູກຄ້າໃຫ້ກັບມາໃຊ້ບໍລິການ. ເນື້ອໃນຫຼັກສູດການຝຶກອົບຮົມ (Course Content): 1. ການສ້າງຄວາມປະທັບໃຈຕໍ່ຜູ້ໃຊ້ບໍລິການ 2. ເທັກນິກການຫາຊ່ອງທາງການຂາຍເພື່ອເພີ້ມລູກຄ້າໃໝ່ 3. ການຄັດຈ້ອນວ່າໃຜຈະເປັນລູກຄ້າເຮົາ 4. ການກຽມຕົວກ່ອນ-ເຂົ້າ ພົບລູກຄ້າ ແລະ ຂະບວນການຂາຍ 5. ການຕິດຕາມຜົນ-ການຂາຍ 6. ແລະ​ຫົວ​ຂໍ້​ທີ່​ສຳ​ຄັນ​ອື່ນໆ​ອີກ… ຫຼັກສູດນີ້ເໝາະສົມກັບ:  ຫົວໜ້າການຕະຫຼາດ, ຜູ້ບໍລິຫານ, ພະນັກງານການຕະຫຼາດ, ຝ່າຍຂາຍ… ວັນ​ເວ​ລາ​ສະ​ຖານ​ທີ່​ຝຶກ:

“ເຕັກນິກການ​ຂາຍ ແລະ​ ການຕະຫຼາດ​ໃຫ້​ປະສົບ​ຜົນສຳ​ເລັດ”ວັນ​ທີ: 28-29/05/2024, 2ມື້ Read More »

“ການ​ບໍລິຫານບຸກຄະລາ​ກອນຍຸກໃໝ່ໃຫ້ປະສົບຜົນສຳເລັດ” (Modern Successful HRM)ວັນ​ທີ: 21-23/05/2024, 3ມື້

ພາກ​ສະ​ເໜີ: ການ​ບໍລິຫານ​ຊັບ​ຍະ​ກອນ​ມະນຸດ ສາມາດເວົ້າ​ໄດ້​ວ່າ​ເປັນ​ກະແຈ​ແຈ​ລູກສຳຄັນ​ຢ່າງ​ຍິ່ງ​ໃນ​ການ​ພັດທະນາ​ອົງກອນ​ໃຫ້​ຈະເລີນ​ກ້າວ​ໜ້າ,  ຫລັກ​ສູດ​ນີ້​ຈັດ​ເຮັດ​ຂຶ້ນ​ເພື່ອ​ໃຫ້​ຜູ້​ບໍລິຫານ​ໃນ​ທຸກ​ລະ​ດັບ​ໄດ້​ມີ​ຄວາມ​ເຂົ້າໃຈ​ໃນ​ການ​ໃຊ້​ເຄື່ອງ​ມື​ການ​ບໍລິຫານ​ຊັບ​ຍະ​ກອນ​ມະນຸດ​ທີ່​ສຳຄັນ​ຕ່າງໆ,  ຫລັກ​ການ​ບໍລິຫານ​ຊັບ​ຢາ​ກອນ​ມະນຸດ​ທີ່​ຜູ້​ຈັດການ​ທຸກ​ຝ່າຍ​ຄວນ​ຮູ້ ເນື່ອງ​ຈາກ​ບົດ​ບາດ​ໃນ​ການ​ບໍລິຫານ​ຊັບ​ຢາ​ກອນ​ມະນຸດ​ບໍ່ແມ່ນ​ຫນ້າທີ່​ຂອງ​ຝ່າຍ HR ພຽງ​ຢ່າງ​ດຽວ ຫາກ​ແຕ່​ໃນ​ການ​ບໍລິຫານ​ຍຸກ​ໃໝ່​ນັ້ນ​ຜູ້​ບໍລິຫານ​ໃນ​ທຸກໆ​ຝ່າຍ​ຄວນ​ຈະ​ມີ​ສ່ວນ​ຮ່ວມ​ຢ່າງ​ຈິງຈັງໃນ​ການ​ບໍລິຫານ​ຄົນ ແລະ ​ມີ​ຄວາມ​​ເຂົ້າໃຈ​ໃນ​ຫລັກ​ການ​ຂອງ HR ເພື່ອ​ເຮັດວຽກ​ຮ່ວມ​ກັບ​ຝ່າຍ HR ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ ແລະ​ ລົມ​ເຂົ້າໃຈ​ໃນ​ພາສາ​ດຽວ​ກັນ.ຍ້ອນວ່າໃນ​ວຽກ HR ເອງ​ນັ້ນ​ກໍ​ມີ​ການ​ພັດທະນາ, ປ່ຽນ​ແປງ ວິທີ​ການ​ຕ່າງໆ​ຢູ່​ຕະຫລອດ​ເວລາ. ​ຈຸດ​ປະ​ສົງ: ເນື້ອ​ໃນ​ຂອງ​ຫຼັກສູດ: ວັນເວລາແລະສະຖານທີ່: ນັບແຕ່ວັນທີ່ : 21 – 23 / 05 / 2024 (3ມື້), ​ທີ່: ຫ້ອງປະຊຸມຂອງ ນາ​ເດຍ2 (ຫ້ອງດອກ​ຈຳ​ປາ), ບ້ານດອນປ່າໃໝ່, ຫຼັກ 4(ຫຼັງສະຖານທູດລັດເຊຍ), ນະຄອນຫຼວງວຽງຈັນ. ຄ່າທຳນຽມ /ຜູ້ເຂົ້າຮ່ວມ 1 ທ່ານ = $ 155 ໃນນີ້ລວມທັງ:   ຄ່າຝຶກອົບຮົມ,ອຸປະກອນການຝຶກອົບຮົມ,ໃບປະກາດ, ອາຫານ​ຫວ່າງ (ເຊົ້າ ແລະ ແລງ),

“ການ​ບໍລິຫານບຸກຄະລາ​ກອນຍຸກໃໝ່ໃຫ້ປະສົບຜົນສຳເລັດ” (Modern Successful HRM)ວັນ​ທີ: 21-23/05/2024, 3ມື້ Read More »

“ເຕັກ​ນິກ​ການສ້າງ​ຄວາມ​ພຶງ​ພໍ​ໃຈ​ໃນ​ການ​ບໍລິການ ​ແລະ ການ​ບໍລິຫານ​ຂໍ້​ຮຽກຮ້ອງ-ຕໍ່ວ່າຂອງ​ລູກ​ຄ້າ”ວັນ​ທີ: 10-11/05/2024, 2ມື້

ຄວາມສໍາຄັນຂອງຫຼັກສູດ: ຄວາມ​ສຳ​ເລັດ​ໃນ​ການ​ບໍລິຫານ​ທຸລະກິດ​ຄື​ຄວາມ​ສຳ​ເລັດ​ໃນ​ການ​ບໍລິຫານ​ລູກ​ຄ້າ,​ ເພາະ​ເປັນ​ທີ່​ຮູ້​ກັນ​ດີ​ວ່າ​ ຖ້າ​ລູກ​ຄ້າ​ພຶງ​ພໍ​ໃຈ​ຕໍ່​ການ​ໃຫ້​ບໍລິການ​ ກໍ​ຈະ​ນຳ​ມາ​ເຊິ່ງ​ຄວາມ​ປະ​ທັບ​ໃຈ ແລະ ​ກັບ​ມາ​ໃຊ້​ບໍລິການ​ເພິ່ມເຕິມ​ຈາກ​ອົງກອນ​ໄດ້ ​ແຕ່​ໃນ​ປະຈຸບັນ​​ “ລູກ​ຄ້າ​” ມີ​ຄວາມ​ຮູ້​ເພີ້ມ​ຫຼາຍ​ຂຶ້ນ,​ ເຮັດໃຫ້​ມີ​ຄວາມ​ຄາດ​ຫວັງ​ໃນ​ການ​ຊື້​ສິນ​ຄ້າ​ຈາກ​ຜູ້​ຂາຍ​ເຊັ່ນ: ​ການ​ໃຫ້​ບໍລິການ​, ການ​ຕອບ​ຂໍ້​ສອບ​ຖາມ​ ແລະ​ ການ​ໃຫ້​ຄຳ​ແນະ​ນຳ​, ຄວາມ​ຄາດ​ຫວັງ​ນີ້​ອາດຈະ​ເກີດ​ຂຶ້ນ​ໂດຍ​ກົງ​ ແລະ​ ຄວາມ​ຄາດ​ຫວັງ​ໂດຍ​ອ້ອມ,​ ຄວາມ​ຄາດ​ຫວັງ​ເຫຼົ່າ​ນີ້​ອາດຈະ​ມີ​ການ​ສະແດງ​ອອກ​ມາ​ໃນ​ຫຼາຍ​ຮູບ​ແບບ​ ຕັ້ງ​ແຕ່​ການ​ຕໍ່ວ່າ​, ປະ​ຊົດ​ປະ​ຊັນ,​ ຈົນ​ເຖິງ​ການຮຽກຮ້ອງ-ຕໍ່ວ່າ​ໃນ​ຮູບ​ແບບ​ຕ່າງ​ໆ…ເຊິ່ງ​ລ້ວນ​ແລ້ວ​ແຕ່​ເປັນ​ການ​ສະແດງ​ຄວາມ​ບໍ່​ພຶງ​ພໍ​ໃຈ​ໃນ​ຜູ້​ຂາຍ​ທັງໝົດ, ທັກ​ສະ​ທີ່​ສຳຄັນ​ທີ່​ຜູ້​ໃຫ້​ບໍລິການ​ຈຳ​ເປັນ​ຕ້ອງ​ເລັ່ງ​ສ້າງ​ໃຫ້​ພະ​ນັກ​ງານ​ນັ້ນ​ມີ​ຄວາມ​ຮູ້​ຄື​ການ​ພັດທະນາ​ໃຫ້​ມີ​ທັກ​ສະ​ໃນ​ການ​ໃຫ້​ບໍລິການ,​ ການ​ແກ້​ບັນຫາ,​ ການ​ໃຫ້​ຄຳ​ແນະ​ນຳ​ ແລະ ​ການ​ຕອບສະໜອງ​ຕໍ່​ຂໍ້ຮຽກຮ້ອງ-ຕໍ່ວ່າ​ທີ່​ລູກ​ຄ້າ​ອາດຈະ​ມີ​ຂຶ້ນ​ ຈຶ່ງ​ເປັນ​ຄວາມ​ສຳຄັນ​ຍິ່ງສຳລັບ​ຜູ້​ທີ່​ຢູ່ໃນ​ທຸລະກິດ​ທຸກ​ຄົນ​ ຕ້ອງ​ມີ​ຄວາມ​ຮູ້​ຄວາມ​ເຂົ້າໃຈ​ໃນ​ການ​ບໍລິການ​ ໂດຍ​ສະເພາະ​ຜູ້​ທີ່​ຢູ່ໃນ​ຕຳແໜ່ງ​ທີ່​ຕ້ອງ​ຕິດ​ຕໍ່​ກັບ​ລູກ​ຄ້າ​ຢູ່​ເປັນ​ປະຈຳ​ ຈຶ່ງ​ຕ້ອງ​ມີ​ຄວາມ​ຮູ້​ ແລະ​ ມີ​ທັກ​ສະ​ທີ່​ສຳຄັນ​ໃນ​ການ​ບໍລິຫານ​ຈັດການ​ກັບ​ອາລົມ ​ແລະ ​ຄວາມ​ຮູ້ສຶກ​ຕ່າງ​ໆ​ ຈາກ​ລູກ​ຄ້າ​ ເພື່ອ​ການ​ຮັບ​ມື​ກັບ​ສະຖານະການ​ຕ່າງ​ໆ​ ແບບມື​ອາ​ຊີບ​ ຫຼັກ​ສູດ:​ “ເຕັກ​ນິກ​ການສ້າງ​ຄວາມ​ພຶງ​ພໍ​ໃຈ​ໃນ​ການ​ບໍລິການ ​ແລະ​ ການ​ບໍລິຫານ​ຂໍ້ຮຽກຮ້ອງ-ຕໍ່ວ່າຂອງລູກ​ຄ້າ​” ເປັນ​ຫຼັກ​ສູດ​ທີ່​ລວບລວມ​ເຖິງ​ເຕັກ​ນິກ​ຕ່າງ​ໆ​ ທີ່​ຈະ​ສ້າງ​ຄວາມ​ພໍ​ໃຈ​ ແລະ​ ກຳຈັດ​ຄວາມ​ບໍ່​ພຶງ​ພໍ​ໃຈ​ ລວມ​ໄປ​ເຖິງ​ວິທີ​ການ​ຈັດການ​ກັບ​ອຸປະສັກ​ຕ່າງ​ໆ​ ເມື່ອ​ຕ້ອງ​ປະເຊີນ​ກັບ​ຄວາມ​ບໍ່​ພຶງ​ພໍ​ໃຈ​ຈາກ​ລູກ​ຄ້າ​ ເຊິ່ງ​ຈະ​ເປັນ​ປະໂຫຍດ​ຕໍ່​ການ​ຮຽນ​ຮູ້​ ແລະ ​ນຳ​ໄປ​ໃຊ້​ໃນ​ຊີວິດ​ການ​ເຮັດ​ວຽກ​ ເພື່ອ​ຄວາມ​ເປັນ​ເລີດ​ທາງ​ທຸລະກິດ​ຕໍ່ໄປ. ຫຼັກສູດນີ້ເໝາະສົມກັບ:ທີມງານໃນຝ່າຍຂາຍ, ທີມງານ Call

“ເຕັກ​ນິກ​ການສ້າງ​ຄວາມ​ພຶງ​ພໍ​ໃຈ​ໃນ​ການ​ບໍລິການ ​ແລະ ການ​ບໍລິຫານ​ຂໍ້​ຮຽກຮ້ອງ-ຕໍ່ວ່າຂອງ​ລູກ​ຄ້າ”ວັນ​ທີ: 10-11/05/2024, 2ມື້ Read More »

ຫຼັກ​ສູດ: “ການ​ຕະ​ຫລາດ​ສຳ​ລັບ​ສິນ​ຄ້າ​ຊຸມ​ຊົນ” (Community product Marketing)ວັນ​ທີ: 07-09/05/2024, 3ມື້

ຫຼັກ​ສູດ: “ການ​ຕະ​ຫລາດ​ສຳ​ລັບ​ສິນ​ຄ້າ​ຊຸມ​ຊົນ” (Community product Marketing)ວັນ​ທີ: 07-09/05/2024, 3ມື້ Read More »

​ປຶ້ມ​ນີ້​ລະ​ຄື​ເພື່ອນ​ຮັກ​ຂອງ​ຂ້ອຍ

ຄວາມ​ເປັນ​ມາຂອງ​ການ​ຂຽນ​ປື້ມ      ຂ້າພະ​ເຈົ້າມີ​ໂອກາດ​ໄດ້ ພົບ​ເຫັນ​ຫລາ​ຍຄົນທີ່​ມີ​ເພື່ອນ​ທີ່ດີ, ທີ່​ດີ​ປານ​ກາງ,ເພື່ອນບາງ​ຄົນກໍ່​ດີ​ໜ້ອຍ.ແຕ່ມີ​ບາງ​ທ່ານ​ໃຫ້​ນິຍາມ​ວ່າ: ຄຳວ່າ​ເພື່ອນ​ ແມ່ນ​ມີ​ຄວາມ​ໝາຍ​ຍາວຍາວ​ເກີນ​ບັນຍາຍ. ເພື່ອນທີ່​ດີ​ຄືຄົນທີ່​ຫວ່ງ​ໄຍ​ເຮົາ, ຈິງ​ໃຈ, ຫັວງ ດີ​ຕໍ່​ ເຮົາ​ສະ​ເໝີ, ​ແລະ​ບໍ່​ເຄີຍ​ຖີ້ມປະ ກັນ​ເຖິງ​ແມ່ນ​ວ່າເພື່ອນ​ ອີກ ຄົນຈະ​ຕົກຢູ່​ໃນ​ສະພາບ​ມີ​ບັນຫາ​ຫລາຍ​ກໍ່ຕາມ, ຄວາ​ມຈິງ​ແລ້ວ​ເພື່ອນ​ມີ​ຢູ່​ທຸກ​ແຫ່ງ​ຫົນ ແລະ ຄຳ​ວ່າ​ ເພື່ອນ ແມ່ນມີ​ທຸກ​ແຫ່​ງຫົນ ໂດຍ​ບໍ່​ຈຳ​ແນ​ກ: ອາຍຸ, ​ເພດ​, ຖານະ​ເງິນຄຳ, ຖານະ ​ທາງ​ ອຳນາດ, ໜ້າ​ຕາ, ຄວາມສົມບູນ ຂອງ​ຮ່າງກາຍ, ຫລືສາດສະໜາ.ເພື່ອນ​ນີ້​ມີ​ຂື້ນຢູ່​ ທຸກ​ບ່​ອນ​ເຊັ່ນ: ​ໃນ​ຄອບຄົວ: ​​​ພໍ່​, ແມ່ ຫລື ​ຜູ້​ປົກຄອງ ກໍ່ເປັນ ໝູ່​ເພື່ອນ​ກັບ​ ລູກໆ, ຫລານໆ​ໄດ້, ​ເພື່ອ​ສ້າງ​ຄວາມສຸກ ​ແລະ​ຄວາມ​ອົບ ​ອຸ່ນ​ພາຍ​ໃນ​ຄອບຄົວ ​ ​ແລະ ລຸດ​ບັນຫາ​ຂອງ​ເດັກ​ໃນ​ສັງຄົມ ​ເຊັ່ນ: ບັນຫາ​ຢາ ​ເສດ​ຕິດ.      ທ່ານທຸກ​ຄົນທີ່​ມີ​ເພື່ອນ​ດີ​ແລ້ວ

​ປຶ້ມ​ນີ້​ລະ​ຄື​ເພື່ອນ​ຮັກ​ຂອງ​ຂ້ອຍ Read More »

ປຶ້ມ​ສູດ​ລັບ​ຮຽນ​ເກັ່ງ

ຄຳເຫັນຂອງຜູ້ຂຽນປື້ມ “ສຸດຍອດສູດລັບຮຽນເກັ່ງ”      ຈັດທຳຂື້ນໂດຍໄດ້ຮັບອະນຸຍາດຈາກກະຊວງຖະແຫຼ່ງຂ່າວ-ວັດທະນະທຳ, ກົມພີມຈຳໜ່າຍສະບັບເລກທີ່ 210/ພຈ07 ລົງວັນທີ 12/12/2007 ໂດຍມີເປົ້າໝາຍ ເລັ່ງໃສ່ກຸ່ມນັກຮຽນ ແລະ ນັກສຶກສາທຸກຄົນທີ່ຕ້ອງການເປັນນັກຮຽນທີ່ເກັ່ງ.      ໃນປື້ມຫົວນີ້ຈະແນະນຳ,ວິທີການ,ເຕັກນິກພ້ອມທັງສູດລັບທັງຫຼາຍມາເຜີຍແຜ່ໃຫ້ຮູ້ເຊິ່ງທຸກຄົນສາມາດເປັນຄົນທີຮຽນເກັ່ງໄດ້.      ເພຶ່ອບັນລຸເປົ້າໝາຍການຮີບໂຮມເອົາເນຶ້ອໃນຂໍ້ມູນທີ່ສຳຄັນມາໃສ່ປື້ມຫົວນີ້,ທາງທີມງານຂອງພວກເຮົາໃຊ້ເວລາເຖິງ 2ປີ ກວ່າເພຶ່ອ ໃຫ້ໄດ້ເນື້ອ ໃນທີ່ຄົບຖ້ວນສົມບູນ ແລະ ສາມາດພີມອອກມາຈຳໜ່າຍ. ແຕ່ຂ້າພະເຈົ້າກໍ່ໂຊກດີທີ່ໄດ້ທີມງານທີ່ມີຄວາມຮັບຜິດຊອບສູງຈິ່ງເຮັດໃຫ້ບັນລຸເປົ້າໝາຍດັ່ງກ່າວໄດ້.      ດັ່ງນັ້ນ, ຂ້າພະເຈົ້ຂໍຂອບໃຈມາຍັງທ່ານນາງ ມະນີກາ ນວນສະຫວັນຜູ້ວາງແຜນໃນການຈັດພີມ,ທ່ານ ວິໄລລັກ ບູລົມຜູ້ແກ້ເນື້ອໃນ,ທ່ານ ນາງ ດາລາວັນ ສໍພາບມີໄຊຜູ້ພີມ ແລະ ດັດແປງເນື້ອ ໃນຄຳເວົ້າຕ່າງໆ, ທ່ານ ທອງຄຳ ໂນມະນີສອນ ແລະ ທ່ານນາງ ທິບດາພອນປາຖາໜາຜູ້ຕົບແຕ່ງ ແລະດັດແປງຮູບພາບ,ທ່ານ ບຸນຊູ ຜູ້ກວດ ແກ້ ສຸດທ້າຍ,ທ່ານນາງ ດາວວອນ ອິນທະດາລິນ ບັນນາທິການ.ແລະ ພິເສດທີ່ສຸດ

ປຶ້ມ​ສູດ​ລັບ​ຮຽນ​ເກັ່ງ Read More »