TACDO Book

ປື້ມອ່ານທີ່ວາງຈຳໜາຍໃນທ້ອງຕະຫຼາດ

ຄຳເຫັນຂອງຜູ້ຂຽນ
 ປື້ມ "ສຸດຍອດສູດລັບຮຽນເກັ່ງ" ຈັດທຳຂື້ນໂດຍໄດ້ຮັບອະນຸຍາດຈາກກະຊວງຖະແຫຼ່ງຂ່າວ-ວັດທະນະທຳ, ກົມພີມຈຳໜ່າຍສະບັບເລກທີ່ 210/ພຈ07 ລົງວັນທີ 12/12/2007 ໂດຍມີເປົ້າໝາຍ ເລັ່ງໃສ່ກຸ່ມນັກຮຽນ ແລະ ນັກສຶກສາທຸກຄົນທີ່ຕ້ອງການເປັນນັກຮຽນທີ່ເກັ່ງ.
ໃນປື້ມຫົວນີ້ຈະແນະນຳ,ວິທີການ,ເຕັກນິກພ້ອມທັງສູດລັບທັງຫຼາຍມາເຜີຍແຜ່ໃຫ້ຮູ້ເຊິ່ງທຸກຄົນສາມາດເປັນຄົນທີ່ຮຽນເກັ່ງໄດ້.
ເພຶ່ອບັນລຸເປົ້າໝາຍການຮີບໂຮມເອົາເນຶ້ອໃນຂໍ້ມູນທີ່ສຳຄັນມາໃສ່ປື້ມຫົວນີ້,ທາງທີມງານຂອງພວກເຮົາໃຊ້ເວລາເຖິງ 2ປີ ກວ່າເພຶ່ອ ໃຫ້ໄດ້ເນື້ອ ໃນທີ່ຄົບຖ້ວນສົມບູນ ແລະ ສາມາດພີມອອກມາຈຳໜ່າຍ. ແຕ່ຂ້າພະເຈົ້າກໍ່ໂຊກດີທີ່ໄດ້ທີມງານທີ່ມີຄວາມຮັບຜິດຊອບສູງຈິ່ງເຮັດໃຫ້ບັນລຸເປົ້າໝາຍດັ່ງກ່າວໄດ້.ດັ່ງນັ້ນຂ້າພະເຈົ້ຂໍຂອບໃຈມາຍັງທ່ານນາງ ມະນີກາ ນວນສະຫວັນຜູ້ວາງແຜນໃນການຈັດພີມ,ທ່ານ ວິໄລລັກ ບູລົມຜູ້ແກ້ເນື້ອໃນ,ທ່ານ ນາງ ດາລາວັນ ສໍພາບມີໄຊຜູ້ພີມ ແລະ ດັດແປງເນື້ອ ໃນຄຳເວົ້າຕ່າງໆ,ທ່ານ ທອງຄຳໂນມະນີສອນ ແລະ ທ່ານນາງ ທິບດາພອນປາຖາໜາຜູ້ຕົບແຕ່ງ ແລະດັດແປງຮູບພາບ,ທ່ານ ບຸນຊູ ຜູ້ກວດແກ້ ສຸດທ້າຍ,ທ່ານນາງ ດາວວອນ ອິນທະດາລິນ ບັນນາທິການ.ແລະ ພິເສດທີ່ສຸດ ແມ່ນຂໍຂອບໃຈເປັນຢ່າງສູງມາຍັງທ່ານ ກະວິນ ກຽງຄຳສົນນີ ຮອງ ຫົວໜ້າກົມພີມຈຳໜ່າຍ,ກະຊວງທະແຫຼງຂ່າວ-ວັດທະນະທຳທີ່ໃຫ້ຄຳຮ່ວມ ແລະ ອະນຸມັດໃຫ້ຈັດພີມປື້ມຫົວນີ້ຂື້ນ.
ທ້າຍນີ້ຂ້າພະເຈົ້າໃນນາມຜູ້ຂຽນຫວັງຢ່າງຍິ່ງວ່າປື້ມຫົວນີ້ຈະຊ່ວຍນຳພານັກຮຽນ-ນັກສຶກສາ ຜູ້ທີ່ມີຄວາມຕັ້ງໃຈໃນການຮຽນເພຶ່ອໃຫ້ກາຍເປັນທີ່ມີຄວາມຮູ້ ແລະຮຽນເກັ່ງຫຼືຜູ້ໃດຮຽນເກັ່ງຢູ່ແລ້ວກໍຍິ່ງເກັ່ງຂຶ້ນກ່ວາເກົ່າອີກ
ຂໍຈອບໃຈ

ປະຫວັດຫຍໍ້
ທ່ານ ອາຈານ ຄຳພັດ ບູລົມ ຜູ້ອຳນວຍການສູນຝຶກອົບຮົມແທັກໂດ ພ້ອມທັງ ເປັນຜູ້ຂຽນປື້ມເຫຼັ້ມນີ້.
ດ້ານການສຶກສາ:      ຮຽນຈົບປະລິນຍາຕີສາຍຄູພາສາອັງກິດຈາກມະຫາວິທະຍາໄລແຫ່ງຊາດ(ດົງໂດກ),ໄດ້ໃບປະກາດບໍລິຫານທຸ ລະ ກິດຈາກວິທະຍາໄລແຄມໂບທາວ ປະເທດອັອສເຕຣເລຍ, ອະນຸປະລິນຍາໂທການເງິນການທະນາຄານມະ ຫາວິ ທະຍາໄລຊິດນີ ປະເທດ ອັອສເຕຣເລຍ,ປະລິນຍາໂທດ້ານບໍລິ ຫານພາກລັດຈາກສາຖາບັນພັດທະນາບໍລິຫານ ສາດຈາກປະເທດໄທພ້ອມທັງໄດ້ຮັບໃບປະກາດກວດສອບບັນຊີຈາກກະຊວງການເງິນປະເທດລາວ.
ດ້ານປະສົບການ: ມີປະສົບການໃນານບໍລິຫານວຽກງານຂອງບໍລິສັດທັງພັກລັດ ແລະ ເອກະຊົນພາຍໃນ ແລະຕ່າງປະເທດມາເຖິງ 16ປີ.ນອກນັ້ນຍັງຮ່ວມງານກັບອົງການຂອງສາກົນເຊັ່ນ: UN, UNICEF, ທະນາ ຄານ ADB ແລະ ທະນາຄານໂລກ.ຂະນະດຽວກັນ,ກໍໄດ້ເປັນທີ່ປຶກສາໃຫ້ຫຼາຍບໍລິສັດພາຍໃນ ແລະ ຕ່າງປະ ເທດເຊັ່ນ: ປະກັນໄພ CMG, ອິສະລາແອວເທເລຄອມ,ຮັນເຊັນເທຣດດິ້ງ ແລະ ອື່ນໆອີກ.ນອກນັ້ນຍັງໄດ້ເປັນ ຄູຝຶກບໍລິຫານ ປະຈຳອົງການ MPDF ຂອງທະນາຄານໂລກ,ເປັນຄູຝຶກປະຈຳສູນແທັກໂດນັບແຕ່ປີ 2002 ເປັນຕົ້ນມາພ້ອມທັງ ເຮັດທຸລະກິດສ່ວນຕົວຈົນຮອດປະຈຸບັນ.
ການຮຽນໜັງສືນັ້ນ ນັບວ່າມີຄວາມສຳຄັນກັບຊີວິດຫຼາຍ ບໍ່ແມ່ນວ່າຮຍນຈົບ ການສຶກສາຊັ້ນມໍປາຍ ເທົ່ານັ້ນ, ແຕ່ ໝາຍເຖິງການຮຽນຮູ້ຕະຫຼອດຊີວິດ. ແຕ່ການຮຽນຮູ້ສຳລັບ ຫຼາຍຄົນນັ້ນເປັນເລຶ່ອງທີ່ຍຸ້ງຍາກ ແລະ ທໍລະ ມານຫຼາຍ ຈົນເຮັດໃຫ້ຕົວເອງບໍ່ສາມາດຮຽນຈົບໄດ້, ບາງຄົນຮຽນຈົບ ແຕ່ບໍ່ສາມາດເສັງເພື່ອ ເຂົ້າຮຽນຕໍ່ໄດ້.
ເຄີຍສັງເກດຫຼືບໍ່ວ່າ ບາງຄອບຄົວຮຽນເກັ່ງໝົດເຮືອນ, ສ່ວນບາງຄອບຄົວກໍ່ຮຽນບໍ່ຄອຍເກັ່ງໝົດ ເຮືອນ, ຫຼາຍ ທ່ານອາດຄິດວ່າເປັນຍ້ອນກຳມະພັນ(ຊາດກຳເນີດ), ກໍ່ອາດຈະມີສ່ວນຖຶກຢູ່ ແຕ່ເປັນເຫດຜົນ ສ່ວນໜ້ອຍເທົ່ານັ້ນ ແຕ່ສາຍເຫດຫຼັກທີ່ເຮັດໃຫ້ຄົນເຮົາມີຄວາມສາມາດໃນການຮຽນໜັງສືໄດ້ແຕກຕ່າງກັນກໍ່ຄື:“ສູດລັບໃນການຮຽນເກັ່ງ“.
ຫຼາຍຄົນອາດຄິດວ່າມີຢູ່ບໍສູດລັບໃນການຮຽນເກັ່ງ? ເຮົາກໍ່ຢືນຢັນວ່າມີແນ່ນຶນປື້ມຫົວນີ້ ຈະເປີດເຜີຍສູດໃນການ ຮຽນເກັ່ງ, ຄືການເປີດເຜີຍສູດລັບໃນການຫຼີ້ນ, ກິນ ແລະ ຮຽນ.
ຂໍໃຫ້ທ່ານໜັງສືຫົວນີ້ຢ່າງເຕັມໃຈ ຫາກເປັນໄປໄດ້, ຢາກໃຫ້ອ່ານຫຼາຍໆຮອບເພາະວ່າ ທ່ານໄດ້ຕັ້ງໃຈອ່ານ ໜັງສືຫົວນີ້ເຊິ່ງເປັນກະແຈ
ດອກສຳຄັນທີ່ຈະເຮັດໃຫ້ທ່ານ ຮຽນເກັ່ງ, ຖ້າເກັ່ງແລ້ວ ກໍ່ຈະເໝຶອນທ່ານໄດ້ກະແຈທີ່ຈະເປີດປະຕູໂລກຂອງຄົນ ຮຽນເກັ່ງໄດ້.
ປື້ມຫົວນີ້ເປັນປື້ມສຳລັບອ່ານເສີມ ແລະ ເໝາະສົມສຳລັບນັກຮຽນ, ນັກສຶກສາ, ເພື່ອສະຫງວນໄວ້
ເປັນແມ່ແບບໃນການຮຽນໃຫ້ເກັ່ງສະເພາະຕົວ.

ຂອງຂວັນອັນລໍ້າຄ່າ ຂຸມຊັບແຫ່ງປັນຍາ ຢາກຮຽນເກັ່ງຕ້ອງມີເຂັດລັບ

ຖ້າທ່ານສົນໃຈ ຕິດຕໍ່ທີ່ ພວກເຮົາໄດ້ທີ່ ສູນທີ່ປຶກສາ ແທັກໂດ
ໂທ: 021 485108-09.
ຫຼື ຕົວແທນຈຳໜ່າຍ:
ສາຂາຕະຫຼາດເຊົ້າ:
ຮ້ານ ນ. ດາວ
ຮ້ານ ບຸນເລີດ
ສາຂາດົງໂດກ:
ຮ້ານ ດົງໂດກ (ໜ້າຕຶກຄະນະເສດຖະສາດບໍລິຫານທຸລະກິດມະຫາໄລແຫ່ງຊາດ)
ໂທ:021 770331

ປື້ມ “​ນີ້ລະຄື...ເພື່ອນ​ຂອງ​ຂ້ອຍ”

ຄວາມ​ເປັນ​ມາຂອງ​ການ​ຂຽນ​ປື້ມ
ຂ້າພະ​ເຈົ້າມີ​ໂອກາດ​ໄດ້ ພົບ​ເຫັນ​ຫລາ​ຍຄົນທີ່​ມີ​ເພື່ອນ​ທີ່ດີ, ທີ່​ດີ​ປານ​ກາງ,ເພື່ອນບາງ​ຄົນກໍ່​ດີ​ໜ້ອຍ.ແຕ່ມີ​ບາງ​ທ່ານ​ໃຫ້​ນິ
ຍາມ​ວ່າ: ຄຳວ່າ​ເພື່ອນ​ ແມ່ນ​ມີ​ຄວາມ​ໝາຍ​ຍາວຍາວ​ເກີນ​ບັນຍາຍ. ເພື່ອນທີ່​ດີ​ຄືຄົນທີ່​ຫວ່ງ​ໄຍ​ເຮົາ, ຈິງ​ໃຈ, ຫັວງ ດີ​ຕໍ່​ ເຮົາ​ສະ​ເໝີ, ​ແລະ​ບໍ່​ເຄີຍ​ຖີ້ມປະ ກັນ​ເຖິງ​ແມ່ນ​ວ່າເພື່ອນ​ ອີກ ຄົນຈະ​ຕົກຢູ່​ໃນ​ສະພາບ​ມີ​ບັນຫາ​ຫລາຍ​ກໍ່ຕາມ, ຄວາ​ມຈິງ​ແລ້ວ​ເພື່ອນ​ມີ​ຢູ່​ທຸກ​ແຫ່ງ​ຫົນ ແລະ ຄຳ​ວ່າ​ ເພື່ອນ ແມ່ນມີ​ທຸກ​ແຫ່​ງຫົນ ໂດຍ​ບໍ່​ຈຳ​ແນ​ກ: ອາຍຸ, ​ເພດ​, ຖານະ​ເງິນຄຳ, ຖານະ ​ທາງ​ ອຳນາດ, ໜ້າ​ຕາ, ຄວາມສົມບູນ ຂອງ​ຮ່າງກາຍ, ຫລືສາດສະໜາ.ເພື່ອນ​ນີ້​ມີ​ຂື້ນຢູ່​ ທຸກ​ບ່​ອນ​ເຊັ່ນ: ​ໃນ​ຄອບຄົວ: ​​​ພໍ່​, ແມ່ ຫລື ​ຜູ້​ປົກຄອງ ກໍ່ເປັນ ໝູ່​ເພື່ອນ​ກັບ​ ລູກໆ, ຫລານໆ​ໄດ້, ​ເພື່ອ​ສ້າງ​ຄວາມສຸກ ​ແລະ​ຄວາມ​ອົບ ​ອຸ່ນ​ພາຍ​ໃນ​ຄອບຄົວ ​ ​ແລະ ລຸດ​ບັນຫາ​ຂອງ​ເດັກ​ໃນ​ສັງຄົມ ​ເຊັ່ນ: ບັນຫາ​ຢາ ​ເສດ​ຕິດ.
ທ່ານທຸກ​ຄົນທີ່​ມີ​ເພື່ອນ​ດີ​ແລ້ວ ຈົ່ງ​ຮັກສາ​ໄວ້​ດັ່ງ ຄຳ​ສຸພາສິດ​ໃນ​ປື້ມຫົວນີ້​ໄດ້ ເວົ້າວ່າ: ​ເພື່ອນແຫ່ງ​​ເກົ່າ​ ແຫ່ງ​ດີ, ນອກ​ນັ້ນ, ​ ເຮົາ​ກໍ່ຕ້ອງ​ຂະຫຍາຍ​​ໃຫ້​ ໄດ້ເພື່ອນ​ດີ​ເພີ້ມ ໄປ​​ເລື້ອຍໆ. ເພາະ​ຊີວິດ​ນີ້, ຈະ​ມີ​ຄວາມສຸກ​ ຂື້ນຖ້າ​ທີ່​ເປັນ​ເພື່ອນ​ດີ​ໃຫ້​ກັບ​ເພື່ອນ ກ່ອນ, ​ແລ້ວ​ເພື່ອນ​ເຮົາ​ກໍ່​ຈະ​ດີ​ກັບ​ຄືນມາ.
ມີ​ຫລາຍຄົນ​ໃນ​ປະຈຸ​ບັນ​ມີ​ຄວາມຮັ່ງມີ​ຂື້ນ, ມີ​ຕ່ຳ​ແໜ່​ງ​ໃນ​ໜ້າ​ທີ່​ສູງ​ຂື້ນ, ຫລື​ມີ​ຖານະສູງ​ຂື້ນ ພັດ​ມັກລືມ ຄົນເບື້ອງ​ຫຼັງ​​ແລະ​ ຄົນທີ່​​ເຄີຍ​ເປັນ ເພື່ອນຮັກ ຂອງ​ຕົນ. ບາງ​ເຫດການເຊັ່ນ: ລູກ​ລືມພໍ່​ແມ່, ຜົວລືມ​ເມຍ, ​ອ້າຍ​ລືມ​ນ້ອງ, ນ້ອງ​ລືມ​ເອື້ອຍ,
ເພື່ອນລືມ​ໝູ່, ລູກ​ນ້ອງ​ລືມ​ຫົວໜ້າ, ຫົວໜ້າ​ລືມ​ລູກ​ນ້ອງ, ສິດ​ລືມ​ອາຈານ, ສ່ຽວ​ກໍ່​ລືມ​ສ່ຽວ..ແລະ...​ອື່ນໆ ....ກໍ່​ເກີດ​ຂື້ນ ຫລາຍ​ແລະ​ຫລາຍ​ໃນ​ສັງຄົມ.
ມີຫຼາຍ​ຄົນ​ເຄີຍ​ເລົ່າ​ໃຫ້​ຟັງ​ວ່າ: ບາດ​ຕອນແຕ່​ກ່ອນ, ຕອນ​ຍັງບໍ່​ມີຖານະດີ, ຕອນ​ເປັນ​ຄົນທຸກ​ຄົນ​ຍາ​ກ ພັດ​ມີ​ ຄວາມ​ຮັກ​ແພງ​ກັນ​ດີ, ​ເຂົ້າອົກ​ເຂົ້າ​ໃຈ​ກັນ, ​ແຕ່​ແຕ່​ພໍ​ມີຖານະ​ ຍົດ​ສາ​ບັນດາ​ສັກ, ຫລື ຮັ່ງມີ​ຂື້ນມາ ພັດຕ່າງ ​ຝ່າຍ​ຕ່າງ​ບໍ່​ງໍ້​ ກັນ, ​​ຕ່າງ​ຝ່າຍ​ກໍ່ມີ​ຄວາມ​ທະ​ນົງ​ຕົວ​ໃນ​ຕົວ​ເອງຫລາຍຈົນ​ເກີນ​ເຫດ, ບາງ​ ເທື່ອຖ້າ ຜູ້ນື່ງ ມີ​ຖາ ນະ​ດີພັດ​ດູ​ຖູ​ກ ອີກ​ ຝ່າຍ​ທີ່​ຍັງ​ດ້ອຍ​ກວ່າ. ຫລື​ບາງ​ຄັ້ງຜູ້​ມີ​ຖານະ​ດີ ອາດ​ຍັງ​ຮັກ​ແພງ​​ເພື່ອນ​ທີ່​ຍັງ​ດ້ອຍ​ກວ່າ, ​ແຕ່​ເພື່ອນ​ທີ່​ດ້ວຍ​ ກວ່າ ພັດອິດສາ​ແລະ​ມີ​ແນວ​ຄິດ​ອັກ​ຄະຕິ​ກັບ​​ເພື່ອນ​ທີ່​ມີຖານະກວ່າ....ອັນ​ນີ້ກໍ່​ເກີດ​ຂື້ນປະຈຳ.
ຍິ່ງ​ສັງຄົມ​ພັດທະນາ​ໄປ, ມີ​ວັດຖຸ​ແລະ​ສິ່ງ​ອຳນວຍ​ຄວາມ​ສະດວກ​ມີຫລາຍຂື້ນ ​ມັນພັດເຮັດ​ໃຫ້​ຄວາມ​​ເປັນ​ ເພື່ອນ​ ແລະ​ຄວາມ​ຮັກຂອງ​ມະນຸດ ​ເຮົາລຸດ​ ໜ້ອຍ​ລົງ​ເລື້ອຍໆ...,  ​ແລະ ທ້າຍ​ສຸດ​ແລ້ວມີ​ຄວາມກຽດ​ຊັງ, ຄວາມ​ອິດສາ, ແລະ ​ຄວາມເປັນ​ສັດຕູ ເຂົ້າມາ​ແທນ​ຄຳ​ວ່າ ​ເພື່ອນ​ແລະ​ຄວາມ​ຮັກ.   ຂ່າວ​ດີ....ທຸກ​ຄົນ ​ຍັງ​ມີ​ເວລາຢູ່ ​ເພື່ອ​ເຮັດ ຄວາມ​ດີ​ກັບ​ເພື່ອນ​ແລະ​ຄົນຮັກ​ທີ່​ດີ​ໆຂອງ​ທ່ານ​. ເພາະ​ຊີວິດ​ເຮົາມັນ​ ​ແສນ​ສັ້ນເຫລືອ ​ເກີນ, ມີຫລາຍ​ຄົນ ມີ​ອາຍຸ​ ບໍ່​ຮອດ​ຮ້ອຍ​ປີ. ດັ່ງນັ້ນ
ຢຸດ​ທຳຮ້າຍຈິດ​ໃຈ​ຂອງ​ເພື່ອນ, ​ແລະ​ຄົນທີ່​​ຮັກທ່ານ​ຕັ້ງ​ ແຕ່​ມື້ນີ້ເປັນ​ຕົ້ນ​ໄປ... ແລະ​ທ່ານ​ ຕ້ອງປັບ​ຕົວ​ທ່ານ ດ້ວຍ​ການ​ໃຫ້​ ເວລາ​​ແກ​່​ເພືອນຂອງ​ທ່ານ, ​ໃຫ້​ຮອຍ​ຍີ້ມ, ​ໃຫ້​ຄວາມ​ອົບ​ອຸ່ນ, ​​ໃຫ້​ຄວາມ​ຮັກ​, ໃຫ້​ຄວາມ​ຈິງ​​ໃຈ​ ແລະ ​ຄວາມ​ເອົາ​ໃຈ​ໃສ່ເຂົາ​ຫລາຍ​ເທົ່າ​ທີ່​ ຈະ​ເປັນ​ໄປ ​ໄດ້... ແລ້ວ​ທັງ​ທ່ານ​ແລະ​ເຂົາ​ກໍ່​ຈະ​ມີ ຄວາມສຸກ​ຫລາຍ​ທີ່​ສຸດ ຈົນ​ຄົນ​ອື່ນ​ອິດສາ ຂໍ​ໃຫ້​ທ່ານ​ຜູ້​ອ່ານຈົງ​ມີ​ຄວາມ​ ຮັກ​, ຄວາມສຸກ ແລະ​ ຄວາມ​ຈະ​ເລີ​ນ​ໄປພ້ອມໆ​ກັບ​ເພື່ອນ​ແລະ​ຄົນທີ່​ເຮົາ​ຮັກ​ດ້ວຍ​​ເຖີດ....
ຂ້າພະ​ເຈົ້າຂໍ​ອຸທິດ​ປື້ມຫົວນີ້​ໃຫ້​ແກ່: ​ແມ່ຕູ້​ຍ່າ ​ແສນ​ພັກ​ດີ ບູລົມ, ຜູ້​ໄດ້​ລ້ຽງ​ດູ​ແລະ​​ແນະນຳ ຄຳ​ສຸພາ ​ສິດ​ຫລາຍໆ​
ຄຳ​ຕັ້ງ​ແຕ່​ຂ້າພະ​ເຈົ້າຢູ່​ໂຮງຮຽນ​ປະ​ຖົມ​ເປັນຕົ້ນມາ. ນອກ​ນັ້ນ ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ກັບ​ບັນດາທ່ານ ນັກ​ປັດ​ສະຍາ​ແລະ​ຜູ້​ຮູ້​ແຈ້ງ ​ຈາກ​ທຸກ​ມຸມ​ໂລກ​ທີ່​ໄດ້ ຊອກຫາ​ບັນດາ​ຄຳ​ສັ່ງສອນ​ຕ່າງໆໃຫ້​ແກ່​ສັງຄົມ​ມາ​ ຫລາຍໆ ຮ້ອຍ​ ຫລາຍ ພັນ ປີ​ທີ່​ຜ່ານ​ມາ. ເຊິ່ງຜົນງານ​ຂອງ​ພວກທ່ານ​ໄດ້​ຖືກ​ນຳ​ມາ​ລົງ​ໃນ​ປື້ມຫານີ້ດ້ວຍ.
ໃນ​ນາມ​ຜູ້​ຂຽນ​ແລະ​ຮີບ​ໂຮມ ຂ້າພະ​ເຈົ້າຍິນ​ດີ ຕ້ອນຮັບ​ເອົາ​ຄຳ​ຕຳ​ໜິຕິ​ຊົມ​ທຸກ​ຢ່າງ​ຈາກ​ບັນດາ​ທ່ານ ຜູ້​ອ່ານ.
ທັງ​ນີ້ກໍ່​ຈະ​ໄດ້​ເອົາ​ໄປ​ປັບປຸງ​ໃນ​ ໂອກາດ ​ຕໍ່ໆ​ໄປ.
ກະລຸນາ​ສົ່ງ​ຄຳ​ແນະນຳ​ ຫລື​ຄຳ​ຄິດ​ເຫັນ​ຂອງ​ທ່ານ​ໄປ​ຍັງ: ສູນ​ທີ່ປຶກສາ ​ແທັ​ກ​ໂດ.
ຕູ້​ ປ.ນ 7382, ນະຄອນຫລວງ​ວຽງ​ຈັນ ຫລື ອີ​ເມ​ວ: tacdocenter@yahoo.com

ອາຈານ ຄຳ​ພັດ ບູລົມ
ອຳນວຍ​ການ ສູນ​ທີ່ປຶກສາ ແທັກໂດ
ທີ່​ປຶກສາ​ດ້ານ ການ​ເງິນ​ຈຸ​ລະ​ພາກ, ​ການ​ບໍລິຫານ​ທຸລະ​ກິດ ແລະ ການເປັນຜູ້ນຳ ແລ ຜູຈັດການທີ່ເກັ່ງ