ແຜນ​ພັດ​ທະ​ນາ ຈຸນ​ລະ​ວິ​ສາ​ຫະ​ກິດ, ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ 2021-2025

ແຜນ​ພັດ​ທະ​ນາ ຈຸນ​ລະ​ວິ​ສາ​ຫະ​ກິດ, ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ 2021-2025 ອາ​ຈານ ຄຳ​ພັດ ບູ​ລົມ, ອຳ​ນວຍ​ການ ສູນ​ທີ່​ປຶກ​ສາ ແທັກ​ໂດ, ໄດ້​ຖືກ​ຄັດ​ເລືອກ ເປັນ​ຕາງ​ໜ້າ​ຊ່ຽວ​ຊານ​ຊ່ວຍ​ລັດ​ຖະ​ບານ​ລາວ​ໃນ​ການ​ຂຽນ​ແຜນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຈຸນ​ລະ​ວິ​ສາ​ຫະ​ກິດ, ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ 2021 – 2025, ຂອງ​ກົມ​ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ, ກະ​ຊວງ ອຸດ​ສາ​ຫະ​ກຳ​ແລະ​ການ​ຄ້າ

ປຶ້ມ​ເພື່ອນ​ຮັກ

ປື້ມ “​ນີ້ລະຄື…ເພື່ອນ​ຂອງ​ຂ້ອຍ” ຄວາມ​ເປັນ​ມາຂອງ​ການ​ຂຽນ​ປື້ມ ຂ້າພະ​ເຈົ້າມີ​ໂອກາດ​ໄດ້ ພົບ​ເຫັນ​ຫລາ​ຍຄົນທີ່​ມີ​ເພື່ອນ​ທີ່ດີ, ທີ່​ດີ​ປານ​ກາງ,ເພື່ອນບາງ​ຄົນກໍ່​ດີ​ໜ້ອຍ.ແຕ່ມີ​ບາງ​ທ່ານ​ໃຫ້​ນິ ຍາມ​ວ່າ: ຄຳວ່າ​ເພື່ອນ​ ແມ່ນ​ມີ​ຄວາມ​ໝາຍ​ຍາວຍາວ​ເກີນ​ບັນຍາຍ. ເພື່ອນທີ່​ດີ​ຄືຄົນທີ່​ຫວ່ງ​ໄຍ​ເຮົາ, ຈິງ​ໃຈ, ຫັວງ ດີ​ຕໍ່​ ເຮົາ​ສະ​ເໝີ, ​ແລະ​ບໍ່​ເຄີຍ​ຖີ້ມປະ ກັນ​ເຖິງ​ແມ່ນ​ວ່າເພື່ອນ​ ອີກ ຄົນຈະ​ຕົກຢູ່​ໃນ​ສະພາບ​ມີ​ບັນຫາ​ຫລາຍ​ກໍ່ຕາມ, ຄວາ​ມຈິງ​ແລ້ວ​ເພື່ອນ​ມີ​ຢູ່​ທຸກ​ແຫ່ງ​ຫົນ ແລະ ຄຳ​ວ່າ​ ເພື່ອນ ແມ່ນມີ​ທຸກ​ແຫ່​ງຫົນ ໂດຍ​ບໍ່​ຈຳ​ແນ​ກ: ອາຍຸ, ​ເພດ​, ຖານະ​ເງິນຄຳ, ຖານະ ​ທາງ​ ອຳນາດ, ໜ້າ​ຕາ, ຄວາມສົມບູນ ຂອງ​ຮ່າງກາຍ, ຫລືສາດສະໜາ.ເພື່ອນ​ນີ້​ມີ​ຂື້ນຢູ່​ ທຸກ​ບ່​ອນ​ເຊັ່ນ: ​ໃນ​ຄອບຄົວ: ​​​ພໍ່​, ແມ່ ຫລື ​ຜູ້​ປົກຄອງ ກໍ່ເປັນ ໝູ່​ເພື່ອນ​ກັບ​ ລູກໆ, ຫລານໆ​ໄດ້, ​ເພື່ອ​ສ້າງ​ຄວາມສຸກ ​ແລະ​ຄວາມ​ອົບ ​ອຸ່ນ​ພາຍ​ໃນ​ຄອບຄົວ ​ ​ແລະ ລຸດ​ບັນຫາ​ຂອງ​ເດັກ​ໃນ​ສັງຄົມ ​ເຊັ່ນ: ບັນຫາ​ຢາ ​ເສດ​ຕິດ. ທ່ານທຸກ​ຄົນທີ່​ມີ​ເພື່ອນ​ດີ​ແລ້ວ ຈົ່ງ​ຮັກສາ​ໄວ້​ດັ່ງ […]

ປຶ້ມ​ສູດ​ລັບ​ຮຽນ​ເກັ່ງ

ຄຳເຫັນຂອງຜູ້ຂຽນ  ປື້ມ “ສຸດຍອດສູດລັບຮຽນເກັ່ງ” ຈັດທຳຂື້ນໂດຍໄດ້ຮັບອະນຸຍາດຈາກກະຊວງຖະແຫຼ່ງຂ່າວ-ວັດທະນະທຳ, ກົມພີມຈຳໜ່າຍສະບັບເລກທີ່ 210/ພຈ07 ລົງວັນທີ 12/12/2007 ໂດຍມີເປົ້າໝາຍ ເລັ່ງໃສ່ກຸ່ມນັກຮຽນ ແລະ ນັກສຶກສາທຸກຄົນທີ່ຕ້ອງການເປັນນັກຮຽນທີ່ເກັ່ງ. ໃນປື້ມຫົວນີ້ຈະແນະນຳ,ວິທີການ,ເຕັກນິກພ້ອມທັງສູດລັບທັງຫຼາຍມາເຜີຍແຜ່ໃຫ້ຮູ້ເຊິ່ງທຸກຄົນສາມາດເປັນຄົນທີ່ຮຽນເກັ່ງໄດ້. ເພຶ່ອບັນລຸເປົ້າໝາຍການຮີບໂຮມເອົາເນຶ້ອໃນຂໍ້ມູນທີ່ສຳຄັນມາໃສ່ປື້ມຫົວນີ້,ທາງທີມງານຂອງພວກເຮົາໃຊ້ເວລາເຖິງ 2ປີ ກວ່າເພຶ່ອ ໃຫ້ໄດ້ເນື້ອ ໃນທີ່ຄົບຖ້ວນສົມບູນ ແລະ ສາມາດພີມອອກມາຈຳໜ່າຍ. ແຕ່ຂ້າພະເຈົ້າກໍ່ໂຊກດີທີ່ໄດ້ທີມງານທີ່ມີຄວາມຮັບຜິດຊອບສູງຈິ່ງເຮັດໃຫ້ບັນລຸເປົ້າໝາຍດັ່ງກ່າວໄດ້.ດັ່ງນັ້ນຂ້າພະເຈົ້ຂໍຂອບໃຈມາຍັງທ່ານນາງ ມະນີກາ ນວນສະຫວັນຜູ້ວາງແຜນໃນການຈັດພີມ,ທ່ານ ວິໄລລັກ ບູລົມຜູ້ແກ້ເນື້ອໃນ,ທ່ານ ນາງ ດາລາວັນ ສໍພາບມີໄຊຜູ້ພີມ ແລະ ດັດແປງເນື້ອ ໃນຄຳເວົ້າຕ່າງໆ,ທ່ານ ທອງຄຳໂນມະນີສອນ ແລະ ທ່ານນາງ ທິບດາພອນປາຖາໜາຜູ້ຕົບແຕ່ງ ແລະດັດແປງຮູບພາບ,ທ່ານ ບຸນຊູ ຜູ້ກວດແກ້ ສຸດທ້າຍ,ທ່ານນາງ ດາວວອນ ອິນທະດາລິນ ບັນນາທິການ.ແລະ ພິເສດທີ່ສຸດ ແມ່ນຂໍຂອບໃຈເປັນຢ່າງສູງມາຍັງທ່ານ ກະວິນ ກຽງຄຳສົນນີ ຮອງ ຫົວໜ້າກົມພີມຈຳໜ່າຍ,ກະຊວງທະແຫຼງຂ່າວ-ວັດທະນະທຳທີ່ໃຫ້ຄຳຮ່ວມ ແລະ ອະນຸມັດໃຫ້ຈັດພີມປື້ມຫົວນີ້ຂື້ນ. ທ້າຍນີ້ຂ້າພະເຈົ້າໃນນາມຜູ້ຂຽນຫວັງຢ່າງຍິ່ງວ່າປື້ມຫົວນີ້ຈະຊ່ວຍນຳພານັກຮຽນ-ນັກສຶກສາ ຜູ້ທີ່ມີຄວາມຕັ້ງໃຈໃນການຮຽນເພຶ່ອໃຫ້ກາຍເປັນທີ່ມີຄວາມຮູ້ ແລະຮຽນເກັ່ງຫຼືຜູ້ໃດຮຽນເກັ່ງຢູ່ແລ້ວກໍຍິ່ງເກັ່ງຂຶ້ນກ່ວາເກົ່າອີກ ຂໍຈອບໃຈ ປະຫວັດຫຍໍ້ […]